ສອງພາກສ່ວນ ມອບເງິນໃຫ້ແຂວງບໍລິຄຳໄຊ ນໍາໃຊ້ສົ່ງນັກກິລາເຂົ້າຮ່ວມ ງານກິລາແຫ່ງຊາດ ຄັ້ງທີ XII

ໃນຕອນເຊົ້າວັນທີ 10 ພະຈິກ 2025 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ບັນດາບໍລິສັດ-ວິສາຫະກິດ ພາຍໃນແຂວງບໍລິຄໍາໄຊ ໄດ້ສືບຕໍ່ມອບທຶນຮອນ ໃຫ້ກັບອົງການປົກຄອງແຂວງບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າໃນການສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025. ຊຶ່ງປະກອບມີ ບໍລິສັດ ກາວິໂກ ມອບ ເງິນສົດຈໍານວນ 50.000.000 ກີບ ແລະ ບໍລິສັດ ພີເອັດແອວກຣຸບ (PSL) ມອບເງິນສົດ ຈໍານວນ 100.000.000 ກີບ, ຕາງໜ້າຮັບໂດຍ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານຮອງປະທານຄະນະກໍາມະການປົກຄອງແຂວງ ຕາງໜ້າໃຫ້ກັບການນໍາຂອງແຂວງ ຍັງໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງມາຍັງບໍລິສັດ-ວິສາຫະກິດ ກໍຄືພາກສ່ວນຕ່າງໆພາຍໃນສັງຄົມ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນ ຕໍ່ກັບວຽກງານກິລາ-ກາຍຍະກໍາ ນໍາເອົາທຶນຮອນເຈົ້ານວນດັ່ງກ່າວມອບໃຫ້ຕະຫຼອດໄລຍະຜ່ານມາ ເພື່ອເປັນການສັນລະເສີນຕໍ່ກັບຜົນງານ ແລະ ຄຸນງາມຄວາມດີດັ່ງກ່າວ ທ່ານຮອງປະທານຄະນະກໍາມະການປົກຄອງແຂວງ ຍັງໄດ້ໃຫ້ກຽດມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງບໍລິຄໍາໄຊ ໃຫ້ກັບບໍລິສັດ ທີ່ໃຫ້ການອຸປະຖໍາໃນຄັ້ງນີ້ຕື່ມອີກ.
ພາບ/ຂ່າວ: ຄຳຟອງ (ໜັງສືພິມບໍລິຄຳໄຊ)
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ


