ຄຳມ່ວນ ຖະຫຼົ່ມແຊ໋ມເກົ່າ ວຽງຈັນ ເຄິ່ງໂຫຼ ສ່ວນເຊກອງ ມີໄຊເໜືອ ບໍລິຄຳໄຊ 3-1 ບານເຕະຊາຍ ນະຄອນຫຼວງວຽງຈັນ ເກມ 2025

ການແຂ່ງຂັນເຕະບານຊາຍ ຮອບຄັດເລືອກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ແຂວງຄຳມ່ວນ ຖະຫຼົ່ມແຊ໋ມເກົ່າ ແຂວງວຽງຈັນ ໄປແບບຂາດຮອຍເຄິ່ງໂຫຼ ສ່ວນແຂວງເຊກອງ ປະເດີມສະໜາມນັດທຳອິດ ມີໄຊເໜືອ ແຂວງບໍລິຄຳໄຊ 3-1 ປະຕູ
ການແຂ່ງຂັນບານເຕະຊາຍ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນໃນຕອນແລງວັນທີ 11 ພະຈິກ 2025 ຊຶ່ງມີການແຂ່ງຂັນ 4 ຄູ່ ຈາກ 4 ສະໜາມ ໂດຍສະເພາະຢູ່ທີ່ສະໜາມກິລາບານເຕະຫຍ້າທຽມ ລ້ານຊ້າງ, ແຂວງຄຳມ່ວນ ປະເດີມສະໜາມນັດທຳອິດ ສົມຄາລາແຊ໋ມເກົ່າຫຼຽນຄຳ ປີ 2014 ໄລ່ຖະຫຼົ່ມ ແຂວງວຽງຈັນ ແຊ໋ມເກົ່າຫຼຽນຄຳຫຼ້າສຸດ ປີ 2022 ໄປແບບຂາດຮອຍ 6-0 ປະຕູ ຫຍັບຂຶ້ນເປັນທີ 1 ຂອງກຸ່ມ ຂ.
ຂະນະທີ່ ຜົນອີກຄູ່ໃນກຸ່ມ ຂ ຄືກັນແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫຼັກ16 (ສະໜາມນອກ) ພິກລ໋ອກແຂວງສາລະວັນ ຖືກ ແຂວງຫຼວງນໍ້າທາ ສອຍທ້າຍເກມ 1-0 ປະຕູ ສ່ວນຢູ່ທີ່ສະໜາມກິລາກາງ ມຊ ແຂວງເຊກອງ ໄລ່ຕ້ອນ ແຂວງບໍລິຄຳໄຊ 3-1 ປະຕູ ແລະ ທີ່ສະໜາມກິລາກອງທັບ (ຫຼັກ5) ແຂວງສະຫວັນນະເຂດ ສະເໝີ ແຂວງໄຊຍະບູລີ 1-1 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ


