ພົບປະ ແລະ ຕ້ອນຮັບການນໍາ ທົ່ວປະເທດ ແລະ ຜູ້ອຸປະຖຳ ເຂົ້າສູ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ໃນຕອນແລງຂອງວັນທີ 14 ພະຈິກ 2025 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີງານພົບປະ ແລະ ຕ້ອນຮັບການນໍາ-ຄະນະນໍາກິລາຈາກບັນດາກະຊວງ, ແຂວງ ທົ່ວປະເທດ ແລະ ຜູ້ອຸປະຖຳ ເຂົ້າສູ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ມີເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະຮັບຜິດຊອບລະດັບຊາດຈາກ, ຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ 17 ແຂວງ, ຜູ້ອໍານວຍການ, ປະທານບໍລິສັດ, ພາກທຸລະກິດ, ຜູ້ໃຫ້ການອຸປະຖຳ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ: ຕະຫຼອດໄລຍະຜ່ານມາ ການນໍາຂອງນະຄອນ ຫຼວງວຽງຈັນ ພ້ອມດ້ວຍປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ ໄດ້ມີຄວາມພາກພູມໃຈ, ກະຕືລືລົ້ນ ແລະ ຮ່ວມໄມ້ຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ; ໄດ້ຮັບການຊຸກຍູ້ອຸປະຖຳຈາກພາກທຸລະກິດ ຜູ້ປະກອບການ ເພື່ອຫ້າງຫາກະກຽມດ້ານຕ່າງໆ. ມາຮອດມື້ນີ້ແມ່ນໄດ້ສໍາເລັດດ້ວຍດີ ເນື່ອງຈາກວ່າ ປີ 2025 ແມ່ນປີທີ່ມີຫຼາຍເຫດການສໍາຄັນຂອງຊາດ ໂດຍສະເພາະຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ນະຄອນຫຼວງວຽງຈັນ ຫາກໍຜ່ານພົ້ນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ. ສະນັ້ນ ການກະກຽມຄັ້ງນີ້ ຈຶ່ງມີທ່າຕັ້ງໜ້າໃນຄວາມພ້ອມ ແຕ່ກໍປາສະຈາກບໍ່ໄດ້ ຂໍ້ຂາດຕົກບົກຜ່ອງ, ບົດຮຽນ ແລະປະສົບການໃນການກະກຽມ. ເຖິງວ່າບໍ່ແມ່ນຄັ້ງທໍາອິດ ແຕ່ກໍເປັນໄລຍະດົນຫຼາຍປີ ຈຶ່ງໄດ້ຮອບວຽນມາຮັບເປັນເຈົ້າພາບ, ບຸກຄາລະກອນ ທີ່ຮັບໃຊ້ກະກຽມກໍຍັງໃໝ່ຕໍ່ງານກິລາລະດັບດັ່ງກ່າວ. ສະນັ້ນ, ອາດມີບາງອັນ ອາດບໍ່ທັນຄ່ອງຕົວດີເທົ່າທີ່ຄວນ.
ພ້ອມກັນນີ້, ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ ທີ່ໄດ້ຕັ້ງໜ້າປະກອບສ່ວນອຸປະຖຳຊຸກຍູ້ງານມະຫະກຳກິລາແຫ່ງຊາດຄັ້ງນີ້ ແລະ ພ້ອມແລ້ວທີ່ຈະຮັບເອົາຄໍາຄິດເຫັນແລກປ່ຽນ, ພ້ອມທັງຂໍການຮ່ວມມືນໍາທຸກພາກສ່ວນ ຈົ່ງຊ່ວຍກັນສືບຕໍ່ໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ງານມະຫາກຳກິລາແຫ່ງຊາດຄັ້ງນີ້ ໄດ້ດໍາເນີນໄປຢ່າງຈົບງາມ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
ຂ່າວໂດຍ: ບຸນທະວີ ເພັດລຳພອນ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ


