ອີກບໍ່ພໍເທົ່າໃດຊົ່ວໂມງ ມະຫະກຳກິລາທີ່ຍິ່ງໃຫຍ່ຂອງຊາວນະຄອນຫຼວງວຽງຈັນ ກໍຈະເປີດສາກຂຶ້ນຢ່າງເປັນທາງການ

ນັບຈາກຕອນເຊົ້າມື້ນີ້ໄປ (15 ພະຈິກ) ກໍເຫຼືອເວລາພຽງບໍ່ເທົ່າໃດຊົ່ວໂມງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງເປັນມະຫະກຳກິລາທີ່ຍິ່ງໃຫຍ່ອີກງານໜຶ່ງຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດກໍວ່າໄດ້ ກໍຈະເປີດສາກຂຶ້ນຢ່າງເປັນທາງການ ພາຍໃຕ້ຄຳຂວັນ: “ສາມັກຄີ ມີວິໄນ, ໂປ່ງໃສ, ໄດ້ການພັດທະນາ”.
ພິເສດງານມະຫະກຳກິລາແຫ່ງຊາດຄັ້ງນີ້ ໄດ້ຈັດຕັ້ງຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ທົ່ວກອງທັບ ແລະ ທົ່ວປວງຊົນຊາວນະຄອນຫຼວງວຽງຈັນ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງສູນກາງພັກໃນທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 9 ໃນທ້າຍສະໄໝຢ່າງເປັນຂະບວນຟົດຟື້ນໄປພ້ອມໆກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ.
ພ້ອມນັ້ນທາງນະຄອນຫຼວງ ເຈົ້າພາບ ຍັງໄດ້ກຳນົດເອົາ “ພະທາດຫຼວງ” ເປັນສັນຍາລັກ (ໂລໂກ້) ຂອງງານ ຊຶ່ງເປັນປູສະນີຍະສະຖານ ເປັນມໍລະດົກເກົ່າແກ່ ແລະ ເປັນສິ່ງທີ່ມີຊື່ລືນາມຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດ ແລະ “ສາຍນໍ້າງື່ມ” ຊຶ່ງແມ່ນການປະສົມປະສານ ແລະ ຫຼອມລວມສັນຍາລັກອັນໂດດເດັ່ນຂອງຊາດ. ສ່ວນວ່າ ສໍາລັບສັດນຳໂຊກນັ້ນ ແມ່ນກຳນົດເອົາຮູບ “ໂຕນົກຍຸງ” ເພາະນົກຍຸງເປັນມິ່ງຂວັນແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ໄຊຊະນະ ທີ່ສະແດງເຖິງຄວາມມີນໍ້າໃຈນັກກິລາ, ຄວາມເປັນເລີດ, ຄວາມສາມັກຄີ, ຄວາມຫວັງ, ຄວາມພາກພູມໃຈ ດ້ານວັດທະນະທໍາ ປະເພນີອັນດີງາມ ແລະ ຈິດວິນຍານແຫ່ງການແຂ່ງຂັນ ກໍຄືນໍ້າໃຈ ຂອງຊາວນະຄອນຫຼວງວຽງຈັນ ໃນການເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ປີ 2025.
ສຳລັບງານມະຫະກຳກິລາແຫ່ງຊາດຄັ້ງນີ້ ຄາດວ່າຈະມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ. ໃນນັ້ນ, ສະເພາະນັກກິລາມີຈຳນວນ 4.065 ທ່ານ ຊຶ່ງມາຈາກ 3 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ລວມເປັນ 21 ພາກສ່ວນ. ຊຶ່ງມີການບັນຈຸແຂ່ງຂັນທັງໝົດ 33 ປະເພດກິລາ ຄື: ມວຍສາກົນ, ກະຕໍ້-ຊິນລອນ, ຍິງປືນ, ບານເຕະ, ຟຸດຊໍ, ບານບ້ວງ, ໜ້າເກັກ, ຍິງທະນູ, ປັນຈັກສີລັດ, ໝາກເສິກ, ເປຕັງ, ບານສົ່ງໃນຮົ່ມ-ຫາດຊາຍ, ຢູໂດ, ມວຍປ້ຳ, ລອຍນ້ຳ, ດອກປີກໄກ່, ສະນຸກເກີ້, ເຕັ້ນ, ຣັກບີ້, ໝາກຂ່າງ, ເທັນນິດ, ຊັອບເທັນນິດ, ປິ່ງປ່ອງ, ລົດຖີບ, ວູຊູ, ເທຄວັນໂດ, ມວຍລາວ, ດຶງເຊືອກ, ອີສະປອດ, ແລ່ນ-ລານ, ໝາກແລ້, ເຮືອຊ່ວງ, ຄາຣາເຕໂດ, ກັອບ, ຍົກນ້ຳໜັກ ແລະ ເພາະກາຍ ໂດຍມີການຊີງໄຊກັນທັງໝົດ 1.563 ຫຼຽນ, ໃນນັ້ນແບ່ງເປັນ 432 ຫຼຽນຄໍາ, 432 ຫຼຽນເງິນ ແລະ 699 ຫຼຽນທອງ.
ແນວໃດກໍຕາມ, ຜ່ານການຄອງຄອຍມາເປັນເວລາ 3 ປີ (2022-2025) ໃນພິທີເປີດນີ້ ບັນດາທ່ານການນຳ ແລະ ພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ຍັງຈະໄດ້ສຳຜັດກຳຫຼາກຫຼາຍກິດຈະກຳ ເປັນຕົ້ນແມ່ນໄດ້ຮັບຊົມການສະແດງໂດດຈ້ອງ, ການສະແດງຮ້ອງເພງ ແລະ ກ້ອນຂະບວນສວນສະໜາມຂອງຄະນະນັກກິລາຈາກ 3 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຈົ້າພາບ ໄດ້ເຄື່ອນເຂົ້າສູ່ສະໜາມ, ການຈູດທວນໄຟໃສ່ອ່າງໄຟ, ການປະຕິຍານຂອງກຳມະການຕັດສິນ ແລະ ນັກກິລາ ລວມທັງການສະແດງສິລະປະ-ວັນນະຄະດີລາຍການຕ່າງໆ ເຊັ່ນ: ບົດຟ້ອນ “ຍິນດີຕ້ອນຮັບສູ່ວຽງ ຈັນເກມ”; ບົດຟ້ອນ “ເຊີ້ງຊ່ວງເຮືອ”; ບົດເຕັ້ນ “ກິລາພາໃຫ້ຮ່າງກາຍເຂັ້ມແຂງ”; “ຟ້ອນລຳວົງລາວ-ເຕັນບາສະໂລບລາວ” ກ່ອນຈະອັດທ້າຍດ້ວຍການຈຸດບັ້ງໄຟດອກຢ່າງສວຍງາມ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນຂອງບັນດາແຂກ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຈົ້າພາບ ກໍຄືຊາວລາວທົ່ວປະເທດ ທີ່ເຂົ້າຮ່ວມ.
ສະນັ້ນ, ຂໍເຊີນຊວນພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຂອງພວກເຮົາ ເຂົ້າຮ່ວມຊົມຮ່ວມເຊຍ ແລະ ສຳຜັດກັບບັນດາກິດຈະກຳທີ່ໄດ້ເວົ້າມາຂ້າງເທິງນັ້ນດ້ວຍຕົນເອງໃນພິທີເປີດ ເພື່ອເກັບຄວາມຮູ້ສຶກ ແລະ ພາບແຫ່ງຄວາມປະທັບໃຈເອົາໄວ້ເປັນຄວາມຊົງຈຳ. ແຕ່ການເດີນທາງໄປຍັງສະໜາມກິລາແຫ່ງຊາດ (ຫຼັກ 16) ນັ້ນ ກໍຄວນພາກັນໄປແຕ່ເນີ້ນໆ ບໍ່ໃຫ້ລໍເວລາໃກ້ຮອດພິທີກ່ອນຄ່ອຍໄປ ເພາະທ່ານອາດຈະພາດກໍເປັນໄດ້ ເນື່ອງຈາກການສັນຈອນໄປມາແອອັດ.
ໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ທົບທວນຄືນການການຈັດຕັ້ງປະຕິບັດໂຄງການສະຖາບັນ ລາວ-ອົດສະຕຣາລີ ໄລຍະທີ III ປະຈໍາປີ 2026
- ຫ້ອງວ່າການສະພາປະຊາຊົນແຂວງຫົວພັນ ມອບລົດຖີບ 15 ຄັນ ຊ່ວຍເຫຼືອນັກຮຽນຮຽນດີ-ທຸກຍາກ ໃນ 3 ໂຮງຮຽນເປົ້າໝາຍ
- ລັດຖະບານໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ປະຈຳປີ 2026
- ກົມການສຶກສາກ່ອນໄວຮຽນ ແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ 10 ອາທິດ ໄລຍະພັກແລ້ງ ໃຫ້ແກ່ 30 ບ້ານເປົ້າໝາຍ
- ບໍລິສັດ ແກ້ວມະນີວົງ ຮ່ວມມືກັບ ບໍລິສັດ ເອັມເຄອີ ນໍາເຂົ້າລົດຖີບໄຟຟ້າ ສະໜອງໃຫ້ນ້ອງນັກຮຽນ-ນັກສຶກສາ ໃນລາວ
- ຮອງລັດຖະມົນຕີ ສສກ ເນັ້ນຄະນະນັກກິລາເອົາໃຈໃສ່ລະບຽບວິໄນ ກ່ອນຮ່ວມງານເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ








