ເຈົ້າແຂວງຈໍາປາສັກ ໂອ້ລົມນັກກິລາກ່ອນພິທີງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ທ່ານ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ ໄດ້ພົບປະໂອ້ລົມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໃນວັນທີ 15 ພະຈິກ 2025 ຢູ່ສູນພັກນັກກິລາ ຫ້ວຍຫົງ, ກ່ອນອື່ນ ທ່ານເຈົ້າແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານກິລາ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ທັງເປັນການສ້າງຜົນງານ, ສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຂອງພັກ-ຂອງຊາດ. ພ້ອມນີ້ ທ່ານຍັງເນັ້ນໜັກໃຫ້ຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ໃຫ້ຮັບຮູ້ເຂົ້າໃຈພາລະບົດບາດຂອງຕົນ ທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໃນນາມເປັນຕົວແທນຂອງແຂວງ, ຍ້ອນແນວນັ້ນນັກກິລາທຸກຄົນຕ້ອງມີຄວາມສາມັກຄີ, ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ຮັກສາສຸຂະພາບ, ຟັງຄວາມຄູຝຶກ, ໄປລາມາຄອບ, ຮັກສາ ແລະ ມີມາລະຍາດ, ຄຸນສົມບັດຂອງນັກກິລາ ທັງເກັ່ງ ທັງດີ ແລະ ມີລະບຽບວິໄນ, ບໍ່ໃຊ້ກໍາລັງ, ຮູ້ໄດ້ ຮູ້ເສຍ, ຮູ້ໃຫ້ອະໄພ, ກິລາ ເພື່ອສຸຂະພາບມິດຕະພາບ ແລະ ການພັດທະນາ, ເວລາແຂ່ງຂັນ ກໍເຮັດໃຫ້ສຸດຄວາມສາມາດ, ສູ້ດ້ວຍນໍ້າໃຈນັກກິລາ, ກິລາເພື່ອສຸຂະພາບ, ເພື່ອມິດຕະພາບ ແລະ ການພັດທະນາ, ບຸກບືນສູ້ຊົນຍາດໃຫ້ໄດ້ໄຊຊະນະ, ຊະນະເລີດ ມາໃຫ້ພໍ່ແມ່ພີ່ນ້ອງຊາວແຂວງຈໍາປາສັກ.
ຕອນທ້າຍ, ທ່ານເຈົ້າແຂວງຈໍາປາສັກ ຍັງໄດ້ມອບລາງວັນພິເສດ ໃຫ້ແກ່ຄູຝຶກ ແລະ ນັກກີລາ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດຄັ້ງນີ້ ໂດຍສະເພາະແມ່ນກິລາກະຕໍ້-ຊິນລອນ ໄດ້ 2 ຫຼຽນຄໍາ, ແລ່ນ-ລານ 1 ຫຼຽນຄໍາ ແລະ ກິລາໝາກເສິກ 1 ຫຼຽນ. ມາຮອດວັນທີ 15 ພະຈິກ 2025, ແຂວງຈໍາປາສັກ ສາມາດຍາດໄດ້ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 14 ຫຼຽນ. ພ້ອມນີ້ ກໍໄດ້ມອບລາງວັນອັດສີດໃຫ້ນັກລິກາບານເຕະແຂວງ 10 ລ້ານກີບ, ສະຫະພັນກິລາບານເຕະແຂວງ ມອບລາງວັນອັດສີດທີ່ລະດົມໄດ້ຈາກພາກສ່ວນຕ່າງໆ ໃຫ້ກິລາບານເຕະແຂວງ 21 ລ້ານກີບ; ມອບໄຂ່, ໝີ່ ແລະ ເຄື່ອງດື່ມ, ນໍ້າດື່ມ ໃຫ້ແຕ່ລະສະຫະພັນ ຕື່ມອີກ.
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15-25 ພະຈິກ 2025, ແຂວງຈໍາປາສັກ ໄດ້ສົ່ງນັກກິລາ 24 ປະເພດ ເຂົ້າຮ່ວມແຂ່ງຂັນ, ຄາດຫວັງຈະສູ້ຊົນໃຫ້ໄດ້ 42 ຫຼຽນຄໍາ.
*ທູນທອງໃຈ ລາຍງານຂ່າວຈາກນະຄອນຫຼວງວຽງຈັນ*
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ




