ທ່ານ ບຸນເລື່ອມ ມະນີວົງ ຢ້ຽມຢາມໃຫ້ກຳລັງໃຈທັບນັກກິລາແຂວງຫຼວງພະບາງ

ໃນວັນທີ 15 ພະຈິກ 2025 ນີ້ ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ນະຄອນຫຼວງວຽງຈັນ ສູນພັກນັກລາແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາ ເພື່ອເປັນການໃຫ້ກຳລັງໃຈນັກກິລາທຸກຄົນ.
ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍສະພາບການເຄື່ອນໄຫວຂອງຄູຝຶກ ແລະ ນັກກິລາທີ່ໄດ້ເດີນທາງເຂົ້າຮ່ວມແຂ່ງຂັນມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ວ່າ: ມາຮອດວັນທີ 14 ພະຈິກນີ້ ມີຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ 16 ປະເພດ ຈຳນວນພົນລວມ 293 ຄົນ, ໃນນັ້ນຄູຝຶກ 39 ຄົນ, ນັກກິລາ 246 ຄົນ, ຄະນະນຳ ແລະ ອະນຸກຳມະການ 28 ຄົນ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ນັກກິລາ ແລະ ຄູຝຶກ ແມ່ນໄດ້ແບ່ງກັນພັກຢູ່ 3 ຈຸດຄື: ເຮືອນພັກທອງໃບ 1 ປະກອບມີກິລາໝາກຂ່າງ, ໜ້າເກັກ ແລະ ໝາກເສິກ, ສະຖາບັນພັດທະນາສີມືແຮງງານລາວເກົາ-ຫຼີ ປະກອບມີ ບານເຕະ, ກະຕໍ້, ແລນ-ລານ, ບານສົ່ງຍິງ-ຊາຍ, ລອຍນໍ້າ ແລະ ເຮືອນພັກແສງສະຫວ່າງມີກິລາເປຕັງ ຊຶ່ງແຕ່ລະສູນໄດ້ແບ່ງຄະນະນຳ, ທີມແພດ ແລະ ນັກຂ່າວປະຈຳຢູ່ນຳເພື່ອສະດວກໃນການປະສານງານ ແລະ ລົງເຄື່ອນໄຫວນຳທິມນັກກິລາແຕ່ລະເພດ, ແຕ່ລະຈຸດ. ນອກນັ້ນ ຍັງມີກິລາທີ່ພັກນອກດ້ວຍຕົນເອງ 4 ປະເພດຄື: ບານບ້ວງ, ຍິງປືນ, ດອກປີກໄກ່ ແລະ ປິ່ງປ່ອງ, ຜ່ານການເຄື່ອນໄຫວມີຮອດວັນທີ 14 ພະຈິກ ທັບນັກກິລາແຂວງຫຼວງພະບາງ ລົງແຂ່ງຂັນໄປແລ້ວ ມີ 8 ປະເພດກິລາ, 19 ລາຍການ, ສາມາດຍາດ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 5 ຫຼຽນທອງ ລວມທັງໝົດ 8 ຫຼຽນ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທັບນັກກິລາຫຼວງພະບາງພະຍາດມາໄດ້, ພ້ອມທັງເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ເອົາໃຈໃສ່ກຽມຄວາມພ້ອມ, ມີການວາງແຜນວຽກໃຫ້ລະອຽດ, ນຳພານັກກິລາຝຶກຊ້ອມ, ວາງແຜນລົງແຂ່ງຂັນທີ່ດີ, ເຂົ້າຮ່ວມການແຂ່ງຂັນໃຫ້ທັນກັບໂມງເວລາ, ນັກກິລາແຕ່ລະຄົນກໍ່ຕ້ອງສູ້ຊົນສຸດຄວາມສາດຂອງຕົນ ເພື່ອໃຫ້ໄດ້ໄຊຊະນະໃຫ້ແຂວງຫຼວງພະບາງພວກເຮົາ.
ຂ່າວ: ດາວອນ ມະນີວັນ
ພາບ: ສອນອາຄົມ ສກຂ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ




