ບານສົ່ງ ລີກ ຍິງ-ຊາຍ ທົ່ວປະເທດ ຊີງຂັນ ສບສ 2023 ເປີດສາກທ້າຍເດືອນຕຸລານີ້
ສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ກຽມຈັດການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມທັງປະເພດທີມຍິງ-ທີມຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023 ຊີງເງິນລາງວັນທັງໝົດ 119.000.000 ກີບ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ.
ອີງຕາມຂໍ້ມູນຈາກ ສບສ ໄດ້ແຈ້ງໃຫ້ຊາບວ່າ: ເຖິງບັນດາສະໂມສອນກິລາບານສົ່ງຂອງກະຊວງ, ທຽບເທົ່າ, ນະຄອນຫຼວງວຽງຈັນ, ສະໂມສອນບານສົ່ງຂອງແຂວງ, ມະຫາວິທະຍາໄລ ແລະ ບັນດາສະໂມສອນກິລາບານສົ່ງໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມຍິງ-ຊາຍ ຊີງຂັນສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023 ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແນໃສ່ສືບຕໍ່ພັດທະນາກິລາບານສົ່ງ, ສ້າງຂະບວນການຝຶກຊ້ອມ ແລະ ແຂງຂັນບານສົ່ງຢ່າງກວ້າງຂວາງ ເພື່ອຄັດເລືອກນັກກິລາທີ່ມີພອນສະຫວັນດີເດັ່ນກ້າວຂຶ້ນມາເປັນຕົວແທນຂອງປະເທດ ກຽມຮ່ວມແຂ່ງຂັນລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນໃນຕໍ່ໜ້າ ພ້ອມທັງເປັນການຍົກລະດັບຄວາມສາມາດຂອງນັກກິລາ, ຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ ແລະ ກຳມະການຕັດສິນກິລາບານສົ່ງຂອງລາວໃຫ້ມີຄຸນນະພາບສູງຂຶ້ນ ກ້າວສູ່ລະດັບພາກພື້ນ ແລະ ສາກົນ.
ການແຂ່ງຂັນລາຍການດັ່ງກ່າວ, ສບສ ໄດ້ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ເອັດພີພີ ຈຳກັດ, ບໍລິສັດ ຄົມປັນຍາ ແລະ ຄູ່ຮ່ວມງານອື່ນໆ ຈະຈັດຂຶ້ນໃນລະຫວ່າງເດືອນຕຸລາ ຫາ ເດືອນທັນວາ 2023 ໂດຍຮູບແບບຈັດການແຂ່ງຂັນ ຈະແບ່ງເປັນສອງປະເພດ ຄື: ປະເພດທີມຊາຍ ແລະ ປະເພດທີມຍິງ. ໃນນີ້, ປະເພດທີມຊາຍຈະເປີດຮັບທີມເຂົ້າຮ່ວມການແຂ່ງຂັນບໍ່ເກີນ 8 ທີມ ແລະ ປະເພດທີມຍິງ ບໍ່ເກີນ 6 ທີມ. ນຳໃຊ້ຮູບແບບການແຂ່ງຂັນກິລາບານສົ່ງລີກ ໂດຍແຂ່ງຂັນແບບພົບກັນໝົດທຸກທີມ ເພື່ອເກັບຄະແນນສະສົມ ພາຍຫຼັງສຳເລັດການແຂ່ງຂັນຄົບທຸກນັດແລ້ວ, ທີມທີ່ໄດ້ຄະແນນສະສົມສູງທີ່ສຸດຈະເປັນທີມຊະນະເລີດ, ຮອງຊະນະເລີດອັນດັບທີ 1, ຮອງຊະນະເລີດອັນດັບທີ 2 ແລະ ຮອງຊະນະເລີດອັນດັບທີ ຕາມລຳດັບ. ກົດລະບຽບການແຂ່ງຂັນ ແລະ ການຄິດໄລ່ຄະແນນ ແມ່ນອີງໃສ່ ລະບຽບການແຂ່ງຂັນຂອງ ສບສ ເປັນຜູ້ກຳນົດ ແຕ່ລະທີມສາມາດລົງທະບຽນນັກກິລາຂອງຕົນໄດ້ຢ່າງໜ້ອຍ 12 ຄົນຂຶ້ນໄປ ແຕ່ບໍ່ໃຫ້ເກີນ 18 ຄົນ ຊຶ່ງໃນແຕ່ລະອາທິດ ທີມທີ່ຈະລົງແຂ່ງຂັນຕ້ອງແຈ້ງລາຍຊື່ນັກກິລາໃນອາທິດດັ່ງກ່າວ ຢ່າງໜ້ອຍ 12 ຄົນ ແລະ ບໍ່ເກີນ 14 ຄົນ ໃຫ້ແກ່ຄະນະກໍາມະການ 1 ມື້ ກ່ອນການແຂ່ງຂັນ. ຖ້າແຈ້ງລາຍຊື່ 14 ຄົນ, ທີມດັ່ງກ່າວຕ້ອງມີຜູ້ຫຼິ້ນຕໍາແໜ່ງ Libero 2 ຄົນ.
ສຳລັບເງື່ອນໄຂໃນການສະໝັກ, ສະໂມສອນທີ່ຈະເຂົ້າຮ່ວມຕ້ອງໄດ້ຂຶ້ນທະບຽນກັບສະຫະພັນບານສົ່ງເສຍກ່ອນ (ຕິດຕໍ່ກອງເລຂາ ເພື່ອລົງຖະບຽນສະໂມສອນຂອງຕົນ ກ່ອນວັນທີ 15 ຕຸລາ 2023); ນັກກິລາຕ້ອງເປັນສັນຊາດລາວ ອາຍຸຕັ້ງແຕ່ 18-28 ປີ ໂດຍອະນຸຍາດໃຫ້ມີນັກກິລາອາຍຸເກີນ 28 ປີທີມລະ 4 ຄົນ ແຕ່ລົງເດີ່ນແຂ່ງຂັນຕົວຈິງໃນແຕ່ລະອາທິດໄດ້ 2 ຄົນ; ຖ້ານັກກິລາທີ່ເປັນຊາວຕ່າງດ້າວ ຕ້ອງແມ່ນຜູ້ທີ່ຕັ້ງພູມລຳເນົາຢູ່ ສປປ ລາວ ຢ່າງຖາວອນ. ສ່ວນເອກະສານສະໝັກເຂົ້າຮ່ວມການແຂ່ງຂັນປະກອບມີ ໃບສະໜັກເຂົ້າຮ່ວມການແຂ່ງຂັນ 1 ສະບັບ, ສຳເນົາໃບລົງທະບຽນສະໂມສອນ 1 ສະບັບ, ໃບປະຫວັດນັກກິລາແຕ່ລະຄົນ 1 ສະບັບ, ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໜັງສືເດີນທາງ (ພາດສະປອດ ຖ້າມີ) ຂອງນັກກິລາແຕ່ລະຄົນ. ໃນນັ້ນ, ຄ່າສະໝັກ 800.000 ກີບ/ທີມ ເລີ່ມເປີດຮັບສະໝັກຕັ້ງແຕ່ງວັນທີ 15 ກັນຍາ 2023 ແລະ ຈະປິດຮັບສະໝັກ 15 ຕຸລາ 2023.
ສ່ວນກອງປະຊຸມເຕັກນິກຈະຈັດໃນວັນທີ 23 ຕຸລາ 2023 ເວລາ 9:00 ໂມງເຊົ້າ ທີ່ຫ້ອງການ ສບສ (ສະໜາມກິລາເຈົ້າອານຸວົງ). ຄູຝຶກ ແລະ ຜູ້ຈັດການທີມຂອງແຕ່ລະທີມ ຕ້ອງໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຫຼັງຈາກນັ້ນ, ຈະເລີ່ມແຂ່ງຂັນຕົວຈິງຕັ້ງແຕ່ວັນທີ 28 ຕຸລາ 2023 ທີ່ເດີ່ນກິລາບານສົ່ງໃນຮົ່ມ ກິລາກອງທັບ (ຫຼັກ 5) ບ້ານຈອມມະນີໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ຂະນະທີ່ ລາງວັນຂອງການແຂ່ງຂັນ ປະເພດທີມຊາຍ ຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ຮອງຊະນະເລີດອັນດັບທີ 1 ໄດ້ຮັບເງິນສົດ 15.000.000 ກີບ, ຮອງຊະນະເລີດອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ຮອງຊະນະເລີດອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ.
ປະເພດທີມຍິງ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ຮອງຊະນະເລີດອັນດັບທີ 1 ໄດ້ຮັບເງິນສົດ 10.000.000 ກີບ, ຮອງຊະນະເລີດອັນດັບທີ 2 ໄດ້ຮັບເງິນສົດ 7.000.000 ກີບ, ຮອງຊະນະເລີດອັນດັບທີ 3 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກລາງວັນຕ່າງໆ ດ້ານເທິງແລ້ວ, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.
ໂດຍ ສົງການ ພັນແພງດີ