Skip to main content

“ພຸດທະວົງໄຊ” ນັກກິລາຖີບລົດຄົນພິການລາວ ເດີນທາງໄປເກັບຕົວຝຶກຊ້ອມທີ່ ສ.ເກົາຫຼີ ກຽມຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4

27/09/2023

ທ້າວ ວິລະພອນ ພຸດທະວົງໄຊ ຫຼື ບີ້ ນັກກິລາລົດຖີບຄົນພິການທີມຊາດລາວ ໄດ້ອອກເດີນທາງ ຈາກສະໜາມບິນສາກົນວັດໄຕ ສປປ ລາວ ໃນຄໍ່າຄືນວັນທີ 17 ກັນຍາ ຜ່ານມາ ໄປເຖິງສະໜາມບິນສາກົນ ນະຄອນຫຼວງໂຊ ສ.ເກົາຫຼີ ໃນຕອນເຊົ້າວັນທີ 18 ກັນຍາ 2023 ເພື່ອເຂົ້າຮ່ວມໂຄງການຮ່ວມມື ລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສ.ເກົາຫຼີ, ສະພາກິລາເກົາຫຼີ (WCC), ອົງການສົ່ງເສີມກິລາແຫ່ງຊາດ ສ.ເກົາຫຼີ, ສະຫະພັນລົດຖີບ ສ.ເກົາຫຼີ ແລະ ພາກສ່ວນອື່ນໆ ເພື່ອສົ່ງເສີມນັກກິລາອາຊີເກັບຕົວຝຶກຊ້ອມໃນໄລຍະ 5 ວັນ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ແຂວງຫາງໂຈ ສປ ຈີນ ເປັນເຈົ້າພາບ ໃນທ້າຍເດືອນຕຸລາ 2023 ນີ້.

ທ້າວ ວິລະພອນ ພຸດທະວົງໄຊ ໄດ້ໃຫ້ສຳພາດວ່າ: ການເດີນທາງມາຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍຕໍ່ການພັດທະນາກິລາດັ່ງກ່າວ ກໍຄື ເປັນການກຽມຄວາມພ້ອມຂອງນັກກິລາລົດຖີບຄົນພິການປະເທດຕ່າງໆ ໂດຍສະເພາະນັກກິລາຄົນພິການທີມຊາດລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ແຂວງຫາງໂຈ ສປ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 22-28 ຕຸລາ 2023 ແຕ່ສິ່ງທີ່ໜ້າເສຍດາຍແມ່ນໄດ້ເດີນທາງມາຄົນດຽວ ເພາະຕົວຈິງແລ້ວຍັງມີອ້າຍ ວັດທະນາ ສີພົມມະລັງກຸນ ແຕ່ທາງຄະນະຮັບຜິດຊອບໂຄງການທີ່ ສ.ເກົາຫຼີ ເພີ່ນຕ້ອງການໃຫ້ນັກກິລາທີ່ສາມາດປາກເວົ້າພາສາອັງກິດໄດ້ຄ່ອງແຄ້ວ ຈຶ່ງເຂົ້າຮ່ວມໂຄງການນີ້ນຳໄດ້. ສະນັ້ນ, ຈຶ່ງເປັນສິ່ງທີ່ຂ້ອຍເສຍດາຍຫຼາຍ ຫາກວ່າຜູ້ກ່ຽວມາໄດ້ ຈະໄດ້ຮັບບົດຮຽນທີ່ດີນຳກັນ ເພື່ອວາງແຜນສ້າງຜົນງານທີ່ດີໃນການເຂົ້າຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4. ເຖິງຢ່າງໃດກໍຕາມ, ສຳລັບຕົວນ້ອງແລ້ວ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອເກັບກ່ຽວເອົາປະສົບການທີ່ດີຈາກການຝຶກອົບຮົມໃນຄັ້ງນີ້ ນຳໄປພັດທະນາ ຫຼື ຖ່າຍທອດໃຫ້ຄົນຮຸ່ນຫຼັງ ໂດຍສະເພາະຈະໄດ້ໄປປຶກສາຫາລືກັບອ້າຍ ວັດທະນາ ສີພົມມະລັງກຸນ ເພື່ອຫາທຸກວິທີທາງໃນການສ້າງຜົນງານຄັ້ງປະຫວັດສາດໃຫ້ທັບນັກກິລາຄົນພິການລາວ ໃນງານກິລາເອຊຽນ ພາຣາເກມ ທີ່ເມືອງຫາງໂຈ ສປ ຈີນ ຄັ້ງນີ້.

ທ້າວ ວິລະພອນ ພຸດທະວົງໄຊ ໄດ້ກ່າວຕື່ມອີກວ່າ: ທີ່ມາຂອງການເຂົ້າຮ່ວມໂຄງການນີ້ ແມ່ນນ້ອງ ແລະ ອ້າຍ ວັດທະນາ ສີພົມມະລັງກຸນ ໄດ້ເຂົ້າຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ ທີ່ແຂວງຣະຍອງ ປະເທດໄທ ເມື່ອບໍ່ດົນມານີ້ ຊຶ່ງລາຍການດັ່ງກ່າວ ມີນັກກິລາ 70 ກວ່າຄົນ ຈາກ 11 ປະເທດເຂົ້າຮ່ວມແຂ່ງຂັນ ແລະ ພວກເຮົາສາມາດຍາດໄດ້ອັນດັບທີ 10 ແລະ ອັນດັບທີ 11 ຄວ້າສິດເຂົ້າຮ່ວມແຂ່ງຂັນ ເອຊຽນ ພາຣາເກມ ຄັ້ງທີ 4 ຈຶ່ງໄດ້ສືບຕໍ່ມາເກັບຕົວທີ່ ສ.ເກົາຫຼີ ພາຍຫຼັງທີ່ໄດ້ເດີນທາງມາເຖິງ ສ.ເກົາຫຼີ ໃນຕອນແລງຂອງວັນທີ 18 ກັນຍາ 2023 ກໍໄດ້ລົງຝຶກຊ້ອມທັນທີ ແລະ ການຝຶກຊ້ອມຈະໄດ້ແກ່ຍາວໄປຮອດວັນທີ 22 ກັນຍາ 2023 ຈຶ່ງຈະໄດ້ເດີນທາງກັບ ສປປ ລາວ. ເຖິງຢ່າງໃດກໍດີ, ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວລາວ ສົ່ງກຳລັງໃຈເຊຍພວກເຮົາ ແລ້ວພວກຈະພະຍາຍາມເຮັດສຸດຄວາມສາມາດ ເພື່ອນຳເອົາກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດໃຫ້ໄດ້.

ໂດຍ ສົງການ ພັນແພງດີ