Skip to main content

ເປີດສາກເປັນທາງການ ການແຂ່ງຂັນປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ ທີ່ ສປປ ລາວ

27/09/2023

ການແຂ່ງຂັນປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ ໄດ້ມີພິທີເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 20 ກັນຍາ 2023 ທີ່ສູນການຄ້າ ໄອເຕັກມໍ ຊັ້ນ 7 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນປະທານກິຕິມະສັກ ສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກິລາ ຈາກ 11 ປະເທດ ລວມເຖິງສື່ມວນຊົນເຂົ້າພ້ອມພຽງ.

ໃນພິທີ, ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ກ່າວວ່າ: ໃນນາມປະທານກິຕິມະສັກ ທີ່ນໍາພາຊີ້ນໍາວຽກງານກິລາປິ່ງປ່ອງ ຂໍສະແດງຄວາມຂອບໃຈມາຍັງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ການນໍາທຸກຂັ້ນ, ຜູ້ໃຫ້ການສະໜັບສະໜູນ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມໃນການເປັນເຈົ້າພາບຈັດງານແຂ່ງຂັນ ທີ່ມີຄວາມຕັດສິນໃຈສູງ, ເສຍສະຫຼະເຫື່ອແຮງ ສະຕິປັນຍາ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານແຂ່ງຂັນຊີງແຊັມຊາວໜຸ່ມເຍົາວະຊົນໂລກ ຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງທີ່ໄດ້ວາງໄວ້.

ໂອກາດດຽວກັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດກ່າວເປີດການແຂ່ງຂັນຢ່າງເປັນທາງການວ່າ: ຂໍສະແດງຄວາມຊົມເຊີຍຕໍ່ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກໍາມະໂອແລມປິກແຫ່ງຊາດລາວ ກໍຄື ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນລະດັບສາກົນນີ້ ແມ່ນເປັນການອ້າງອີງເຖິງບັນດາປະເທດສະມາຊິກທົ່ວໂລກໄດ້ຮັບຮູ້ ແລະ ເຊື່ອໝັ້ນໃນການຊີ້ນໍາຂອງພັກ-ລັດຖະບານລາວ ຕໍ່ວຽກງານກິລາ-ກາຍຍະກໍາ. ການເປັນເຈົ້າພາບລ້ວນແຕ່ມີຄວາມໝາຍຄວາມສໍາຄັນ, ເປັນການຮັດແໜ້ນຄວາມສາມັກຄີກັບບັນດາປະເທດສະມາຊິກ ເພື່ອຕອບສະໜອງແນວທາງນະໂຍບາຍ, ການພົວພັນຕ່າງປະເທດ, ພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງ, ວຽກງານກິລາ-ກາຍຍະກໍາ ແລະ ເປັນການໂຄສະນາເຜີຍແຜ່ການທ່ອງທ່ຽວລາວເຮົາຂຶ້ນໄປອີກກ້າວໜຶ່ງ.

ສໍາລັບການແຂ່ງຂັນປິ່ງປ່ອງຄັ້ງນີ້, ຈັດຂຶ້ນລະຫວ່າງວັນທີ 20-23 ກັນຍາ 2023 ໂດຍມີນັກກິລາເຂົ້າຮ່ວມທັງໝົດ 170 ຄົນ ແລະ ຄະນະລວມທັງໝົດ 200 ກວ່າຄົນ ຈາກ 11 ປະເທດເຂົ້າຮ່ວມ ຄື: ຮົງກົງ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ມາເລເຊຍ, ຟີລິບປິນ, ສ.ເກົາຫຼີ, ສິງກະໂປ, ໄຕຫວັນ, ໄທ ແລະ ສປປ ລາວ. ສະເພາະນັກກິລາ ສປປ ລາວ ມີຈຳນວນ 45 ຄົນ ຮຸ່ນອາຍຸລະຫວ່າງ 9-19 ປີ ຊຶ່ງກຳນົດແຂ່ງຂັນທັງໝົດ 2 ປະເພດ ຄື: ປະເພດດ່ຽວ ແລະ ຄູ່ປະສົມ. ໃນນີ້, ມີ 5 ລາຍການ ຄື: ດ່ຽວຍິງ-ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 11 ປີ, 13, 15, 17 ແລະ 19 ປີ ແລະ 2 ລາຍການຄູ່ປະສົມ ລວມທັງໝົດມີ 32 ລາງວັນ.