ສກມ ຫີນບູນ ຫາລືກຽມຈັດແຂ່ງຂັນກິລາເຕະບານ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ
ຫ້ອງການສຶກສາທິການ ແລະ ກິລາເມຶຶອງ ຫຼື ກສມ ຫີນບູນ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ຮ່ວມກັບຄະນະຊີ້ນຳຂັ້ນເມືອງ ວ່າດ້ວຍການຈັດການແຂ່ງຂັນກິລາເຕະບານ ເພື່ອຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ ໃນທົ່ວເມືອງ ໃນວັນທີ 2 ຕຸລາ 2023 ທີ່ຫ້ອງປະຊຸມ ສກມ ຫີນບູນ ພາຍໃຕ້ການເປັນປະທານຂອງ ທ່ານ ນິກອນ ຄຸດມະນີ ຮອງເຈົ້າເມືອງຫີນບູນ, ມີທ່ານ ຄຳຫຼາວ ໄຊໂກສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫີນບູນ ພ້ອມດ້ວຍບັນດາຫົວໜ້າຫ້ອງການຕ່າງໆທີ່ກ່ຽວຂ້ອງພາຍໃນເມືອງ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລືການກຽມຄວາມພ້ອມໃນການຈັດການແຂ່ງຂັນກິລາເຕະບານເພື່ອຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ຈະມາເຖິງໃນໄວໆນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ໃນໂອກາດນີ້, ທ່ານ ຄຳຫຼາວ ໄຊໂກສີ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 199/ຈມ, ລົງວັນທີ 26 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການຕັດສິນ, ອະນຸກຳະມການສະຖານທີ່, ແສງສີສຽງ, ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ວຽກງານຮັກສາສຸຂະພາບ.
ໂອກາດດຽວກັນ, ທ່ານ ນິກອນ ຄຸດມະນີ ຍັງໄດ້ມີຄຳເຫັນເນັ້ນໜັກເພີ່ມເຕີມ ແລະ ເປີດໂອກາດໃຫ້ບັນດາທ່ານຫົວໜ້າຫ້ອງການໄດ້ແລກປ່ຽນຄຳຄິດເຫັນ ພ້ອມແບ່ງຄວາມຮັບຜິດຊອບໃຫ້ແຕ່ລະອະນຸກຳມະການ ເພື່ອກະກຽມຄວາມພ້ອມປະກອບສ່ວນເຫື່ອແຮງຢ່າງຕັ້ງໜ້າໃນການຈັດແຂ່ງຂັນກິລາເຕະບານຄັ້ງນີ້ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
