ບ້ານມະນີລາດ ເມືອງໄຊບູລີ ຈັດງານແຂ່ງຂັນຊ່ວງເຮືອ ປະຈຳປີ 2023
ອົງການປົກຄອງບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ປະຈໍາປີ 2023 ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 2 ຕຸລາ 2023 ຢູ່ທີ່ສາຍນໍ້າເຊບັ້ງໄຟ ເຂດບ້ານມະນີລາດ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ທົງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຈາກຂະແໜງການອ້ອມຂ້າງເມືອງ, ອົງການຈັດຕັ້ງບ້ານອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຊົມ-ຮ່ວມເຊຍ ຢ່າງຫຼວງຫຼາຍ.
ງານບຸນແຂ່ງຂັນເຮືອຊ່ວງ ປະຈຳປີ 2023 ທີ່ບ້ານມະນີລາດ ປີນີ້ມີເຮືອເຂົ້າແຂ່ງຂັນທັງໝົດ 20 ລໍາ ໃນນີ້ແບ່ງເປັນປະເພດເຮືອ 35 ສີພາຍ 7 ລໍາ ແລະ ເຮືອນ 12 ສີພາຍ 13 ລໍາ. ຊຶ່ງໃນວັນທີ 2 ຕຸລາ 2023 ເປັນມື້ແຂ່ງຂັນຮອບຊີງຊະນະເລີດ ເຮືອ 35 ສີພາຍ. ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ເຮືອຂຸນພົນຜູ້ໄທ ບ້ານຫາດຄໍາຮຽງ, ຮອງຊະນະເລີດ ເຮືອສາວຄໍາມ່ວນ ບ້ານຍາງຄໍາ, ອັນດັບທີ 3 ເຮືອພອນພະອິນປົງ ບ້ານຫາດຊາຍສູງ ແລະ ອັນດັບທີ 4 ເຮືອ ເພັດມົງຄົນໄຊ ບ້ານຫາດຊາຍສູງ. ຂະນະທີ່ເຮືອ 12 ສີພາຍ ຊະນະເລີດ ເຮືອບ້ານຫ້ວຍນາງລີ້, ຮອງຊະນະເລີດ ເຮືອບ້ານຫາດຄໍາຮຽງ, ອັນດັບທີ 3 ເຮືອບ້ານປົ່ງປາກເຊ ແລະ ອັນດັບທີ ເຮືອບ້ານທ່າຂາມ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
