ທີມໜ່ວຍຊິວ ຮັບການອຸປະຖຳຊຸດກິລາຈາກທ່ານ ສຸກສະຫວັນ ໂອກາດເຕະບານມິດຕະພາບຕ້ອນຮັບສະໂມສອນ ຊາໂດ້

ທີມໜ່ວຍຊິວ ໄດ້ຮັບການອຸປະຖໍາຊຸດກິລາ ຈໍານວນ 20 ຊຸດຈາກທ່ານ ສຸກສະຫວັນ ລາດທະສິງ (ນັ່ງ) ເນື່ອງໃນໂອກາດຈັດກິດຈະກຳກິລາເຕະບານມິດຕະພາບ ເຊື່ອມສາຍສຳພັນອັນດີ ແລະ ຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງທີມສະໂມສອນ ຊາໂດ້ ແຂວງສະກົນນະຄອນ ປະເທດໄທ.
ການມອບ-ຮັບຊຸດກິລາດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນ 13 ຕຸລາ 2023 ທີ່ສະໜາມກິລາເຟີຣາຣີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າມອບຂອງທ່ານ ສຸກສະຫວັນ ລາດທະສິງ ຄະນະນັກກິລາທີມໜ່ວຍຊິວ ແລະ ຕາງໜ້າຮັບໂດຍທ່ານ ຄູນທະວີ ອົ້ນມາ ຄະນະນັກກິລາທີມໜ່ວຍຊິວ, ມີບັນດາຄະນະນຳ, ນັກກິລາທີມໜ່ວຍຊິວ ແລະ ທີມສະໂມສອນ ຊາໂດ້ ແຂວງສະກົນນະຄອນ ປະເທດໄທ ເຂົ້າຮ່ວມເປັນສັກຂີພິຍານ.
ການມອບຊຸດກິລາໃຫ້ທີມໜ່ວຍຊິວຄັ້ງນີ້, ແມ່ນເພື່ອເປັນການສົ່ງເສີມໃຫ້ທີມ ກໍຄືນັກກິລາພາຍໃນທີມດັ່ງກ່າວ ໄດ້ມີການເຄື່ອນໄຫວຈັດກິດຈະກຳກິລາເຕະບານມິດຕະພາບກັບພາກສ່ວນຕ່າງໆເປັນປະຈຳ ແນໃສ່ເຮັດໃຫ້ສຸຂະພາບຮ່າງກາຍມີພະລານາໄມທີ່ແຂງແຮງ ສົມບູນ ແລະ ຈິດໃຈມ່ວນຊື່ນ ແຈ່ມໃສ ພ້ອມປະຕິບັດວຽກງານຂອງໃຜລາວໄດ້ຢ່າງມີປະສິດທິພາບ.
ໃນໂອກາດດຽວກັນນີ້, ໄດ້ມີການເຕະບານມິດຕະພາບ ສາມັກຄີ ສານສາຍສຳພັນທີ່ດີ ລະຫວ່າງ ທີມໜ່ວຍຊິວ ແລະ ທີມສະໂມສອນ ຊາໂດ້ ແຂວງສະກົນນະຄອນ ປະເທດໄທ ເນື່ອງໃນໂອກາດມາຢ້ຽມຢາມ ສປປ ລາວ ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດລາວ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດທີ່ຟົດຟື້ນ.
ສຳລັບການເຕະບານມິດຕະພາບ ລະຫວ່າງ 2 ພາກສ່ວນດັ່ງກ່າວ, ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄືນຈາກກອງເຊຍຂອງທັງ 2 ຝ່າຍ ແລະ ນັກກິລາກໍຫຼິ້ນດ້ວຍນໍ້າໃຈຂອງນັກກິລາ ເຮັດໃຫ້ເກມດຳເນີນໄປຢ່າງມ່ວນຊື່ນ ຕ່າງຝ່າຍຕ່າງກໍໄດ້ບຸກ ແລະ ຕັ້ງຮັບ ແຕ່ໃນທີ່ສຸດທີມໜ່ວຍຊິວ ກໍບໍ່ສາມາດຕ້ານທານແຮງໝຸ່ມຂອງທີມສະໂມສອນ ຊາໂດ້ ໄດ້ ເຮັດໃຫ້ທີມສະໂມສອນ ຊາໂດ້ ເກັບໄຊເໜືອທີມໜ່ວຍຊິວໄປ 7-5 ປະຕູ.
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ





