ຄະນະນັກກິລາຄົນພິການລາວ ເດີນທາງເຂົ້າຮ່ວມງານກິລາເອຊຽນ ພາຣາເກມ ຄັ້ງທີ IV ທີ່ສປ ຈີນ

ຄະນະນັກກິລາຄົນພິການທີມຊາດລາວ ປະກອບມີຄະນະນຳ, ກອງເລຂາ, ແພດ, ຄູຝຶກ-ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ ຈຳນວນ 41 ຄົນ, ຍິງ 28 ຄົນ ຈາກ 5 ປະເພດກິລາ ໄດ້ອອກເດີນທາງຢ່າງເປັນທາງການ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊີ ຫຼື ເອຊຽນ ພາຣາເກມ ຄັ້ງທີ IV ທີ່ນະຄອນຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ.
ເມື່ອວັນທີ 16 ຕຸລາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະນັກກິລາຄົນພິການລາວ ນຳໂດຍ ທ່ານ ຄຳເພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຮອງເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ໄດ້ອອກເດີນທາງຈາກນະຄອນຫຼວງວຽງຈັນ ໄປນະຄອນຫາງໂຈ ສປ ຈີນ ໃຫ້ກຽດເຂົ້າຮ່ວມອວຍພອນການເດີນທາງດ້ວຍຄວາມສະຫວັດດີພາບໂດຍ ທ່ານ ວິລະວັນ ບຸນສຸກໄທ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ ແລະ ເລຂາທິການ ຄພລ ພ້ອມດ້ວຍຄະນະບໍລິຫານງານ ຄພລ, ຄະນະບໍລິຫານງານສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນ.
ງານມະຫະກຳກິລາຄົນພິການເອຊຽນ ພາຣາເກມ ຄັ້ງທີ IV ທີ່ນະຄອນຫາງໂຈ ສປ ຈີນ ຈະມີນັກກິລາຄົນພິການຂອງບັນດາປະເທດສະມາຊິກໃນທະວີບອາຊີ (APC) 45 ປະເທດເຂົ້າຮ່ວມແຂ່ງຂັນ ຈະຈັດຂຶ້ນ ລະຫວ່າງວັນທີ 22-28 ຕຸລາ 2023 ໂດຍທາງເຈົ້າພາບກໍານົດ 22 ປະເພດກິລາຊີງໄຊ, ໃນນັ້ນສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 5 ປະເພດກິລາ ຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ລົດຖີບ ແລະ ບານບ້ວງລໍ້ເລື່ອນທີມຍິງ. ມີຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ 41 ຄົນ, ຍິງ 28 ທ່ານ ນຳໃຊ້ງົບປະມານລັດຖະບານ 3,3 ຕື້ກີບ ໂດຍຕັ້ງເປົ້າຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອສ້າງຜົນງານໃຫ້ອອກມາດີທີ່ສຸດມາສູ່ປະເທດຊາດ ຊຶ່ງໃນເບື້ອງທັນນັກກິລາຄົນພິການລາວ ທັງ 5 ປະເພດກິລາ ໄດ້ອອກເດີນທາງ ພ້ອມກັບກອງເລຂາ ສ່ວນຄະນະນຳ ກໍຈະເດີນທາງໄປສົມທົບຕາມພາຍຫຼັງໃນວັນທີ 21 ຕຸລານີ້.
ສໍາລັບຜົນງານໃນການເຂົ້າຮ່ວມແຂ່ງຂັນເອຊຽນພາຣາເກມຄັ້ງທີ່ຜ່ານມາ ໂດຍສະເພາະເມື່ອປີ 2018 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ທັບນັກກິລາຍົກນ້ຳໜັກ ສາມາດຍາດມາໄດ້ 1 ຫຼຽນຄຳ ຈາກທ້າວ ເປ້ຍ ລາວພັກດີ ຮຸ່ນນ້ຳໜັກ 49 ກິໂລກຣາມ ຊຶ່ງເປັນຫຼຽນຄຳປະຫວັດສາດ ໃຫ້ແກ່ວົງການກິລາຄົນພິການລາວ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
