Skip to main content

ເຮືອແກ້ວຟ້າມີໄຊ ຄອງແຊ໋ມຊ່ວງເຮືອ ປະຈຳປີ 2023 ທີ່ທ່ານໍ້າບ້ານທ່າດ່ານ

18/10/2023

ບ້ານທ່າດ່ານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2023 ໃນລະຫວ່າງວັນທີ 12-13 ຕຸລາ 2023 ທີ່ທ່ານ້ຳແຄມຂອງບ້ານທ່າດ່ານ ໂດຍການເປັນປະທານຂອງ ທ່ານ ແສງສະຫວັນ ອະນຸສິນ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ເກີດມີ ຈັນທິລາດ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດພັກ-ພະນັກງານເມືອງ ພ້ອມດ້ວຍບັນດານັກທຸລະກິດ, ພໍ່ຄ້າ-ຊາວຂາຍ, ເເຂກເຊີນ ຕະຫຼອດຮອດມວນຊົນເຂົ້າຮ່ວມ.


ໃນພິທີ, ທ່ານ ເອກ ພົມໂສພາ ນາຍບ້ານທ່າດ່ານ, ປະທານຈັດງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ກ່າວວ່າ: ການຈັດງານບຸນຊ່ວງເຮືອດັ່ງກ່າວ ແມ່ນເພື່ອສືບສານຮີດຄອງປະເພນີທາງດ້ານວັດທະນະທຳ ແລະ ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນພາຍໃນເມືອງ ເພື່ອໃຫ້ລູກຫຼານໄດ້ສືບທອດກັນຕໍ່ໄປ ສຳລັບການແຂ່ງຂັນຊ່ວງເຮືອ ທີ່ທ່ານ້ຳບ້ານທ່າດ່ານຂອງປີນີ້ ມີເຮືອປະເພດ 10-12 ສີພາຍ ເຂົ້າຮ່ວມການແຂ່ງຂັນທັງໝົດ 7 ລໍາ ແລະ ເຮືອປະເພດ 35-40 ສີພາຍ ມີ 4 ລໍາ. ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອປະເພດ 10-12 ສີພາຍ ປະເພດ ກ ຊະນະເລີດ ເຮືອແກ້ວຟ້າມີໄຊ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4.000.000 ກີບ, ອັນດັບທີ 2 ເຮືອເທບທິດາວັງນ້ອຍ ມາຈາກ ບ້ານແກ້ງຍາງ ເມືອງເຊໂປນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ, ອັນດັບທີ 3 ເຮືອນ້ອງທັບທິມ ບ້ານຫົວຫາດ ເມືອງໄຊພູທອງ ໄດ້ຮັບເງິນສົດ 2.500.000 ກີບ ແລະ ອັນດັບທີ 4 ເຮືອນ້ອງທັອບພີ້ ບ້ານຫົວຫາດ ເມືອງໄຊພູທອງ ໄດ້ຮັບເງິນສົດ 2.000.000 ກີບ. ສ່ວນ ປະເພດ ຂ ຊະນະເລີດ ເຮືອເຈົ້າພໍ່ເມືອງຈັນ ບ້ານເຮືອນຫີນ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ອັນດັບທີ 2 ເຮືອສອນສິນໄຊ ບ້ານທ່າດ່ານ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ, ອັນດັບທີ 3 ເຮືອນ້ອງຟ້າມີໄຊຈະເລີນຊັບ ບ້ານບຸ່ງນາດີ ໄດ້ຮັບເງິນສົດ 700.000 ກີບ.

ສຳລັບເຮືອປະເພດ 35-40 ສີພາຍ ຊະນະເລີດ ເຮືອນາງຫຼາວທອງ ບ້ານຫົວຫາດ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 6.000.000 ກີບ, ອັນດັບທີ 2 ເຮືອນາງສາວຈັນເພັນ ບ້ານທ່າດ່ານ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4.000.000 ກີບ, ອັນດັບທີ 3 ເຮືອເຈົ້າແມ່ວັງນ້ອຍ ບ້ານແກ້ງຍາງ ເມືອງເຊໂປນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3.500.000 ກີບ ແລະ ອັນດັບທີ 4 ເຮືອນາງສາວສະຫວີວັນ ບຸ່ງນາດີ ເມືອງໄຊພູທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ. ພິເສດເຮືອຍິງ ຊະນະເລີດ ເຮືອເຈົ້າແມ່ວັງນ້ອຍ ບ້ານແກງຍາງ ເມືອງເຊໂປນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2.500.000 ກີບ ແລະ ອັນດັບທີ 2 ເຮືອນາງ ສາວຈັນເພັນ ບ້ານທ່າດ່ານເມືອງໄຊພູທອງ ໄດ້ຮັບເງິນສົດ 2.000.000 ກີບ.

ພາບ-ຂ່າວ: ວິທະຍຸແຂວງສະຫວັນນະເຂດ