Skip to main content

ສະໂມສອນ ເບັດບອນ ມ.ສຸພານຸວົງ ຖືກສ້າງຕັ້ງຂຶ້ນເປັນທາງການ ແລະ ເປັນແຫ່ງທຳອິດຂອງທ້ອງຖິ່ນ

19/10/2023

ສະຫະພັນກິລາເບັດບອນ ແລະ ຊັອບບອນແຫ່ງຊາດລາວ (ສບລ) ລົງນາມຄວາມຮ່ວມມືກັບ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ໃນການສ້າງຕັ້ງສະໂມສອນ ເບັດບອນ ແລະ ຊັອບບອນ ມະຫາວິທະຍາໄລສຸພານຸວົງ ຂຶ້ນຢ່າງເປັນທາງການ ແລະ ເປັນສະໂມສອນທຳອິດສຳລັບຕ່າງແຂວງ ທັງນີ້ກໍເພື່ອເປັນການຂະຫຍາຍ ແລະ ເຜີຍແຜ່ກິລາປະເພດດັ່ງກ່າວລົງສູ່ທ້ອງຖິ່ນ ແນໃສ່ສ້າງນັກກິລາກ້າວສູ່ທີມຊາດໃນອະນາຄົດ.


ພິທີເຊັນສັນຍາ MOU ການເປີດສ້າງຕັ້ງສະໂມສອນ ກິລາເບັດບອນ ມະຫາວິທະຍາໄລ ສຸພານຸວົງ ໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 18 ທັນວາ 2023 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ລະຫວ່າງ ທ່ານ ຮສ.ປອ ຄຳຜາຍ ສີສະຫວັນ ປະທານສະຫະພັນກິລາເບັດບອນ ແລະ ຊັອບບອນແຫ່ງຊາດລາວ ແລະ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ມີ ທ່ານ ລີ ມານ ຊູ (LEE MAN SOO) ຮອງປະທານສະຫະພັນກິລາເບັດບອນ ແລະ ຊັອບບອນແຫ່ງຊາດລາວ ທັງເປັນປະທານມູນນິທິຮັນ (Hulk Foundation) ພ້ອມດ້ວຍພະນັກງານ, ຄູອາຈານ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງການສ້າງຕັ້ງສະໂມສອນ ເບັດບອນ ມະຫາວິທະຍາໄລສຸພານຸວົງໃນຄັ້ງນີ້ ແມ່ນເພື່ອຢາກຂະຫຍາຍກິລາເບັດບອນ ແລະ ຊັອບບອນ ລົງສູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ ແລະ ກວ້າງຂວາງ ເພື່ອດຶງດູດໃຫ້ຊາວໜຸ່ມ-ເຍົາວະຊົນ ຫັນມາຫຼິ້ນກິລາປະເພດນີ້ໃຫ້ຫຼາຍຂຶ້ນ ແນໃສ່ສ້າງໄດ້ນັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ກ່ອນກ້າວສູ່ນັກກິລາອາຊີບ ແລະ ຮັບໃຊ້ທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ.

ຢ່າງໃດກໍຕາມ, ສຳລັບກິລາເບັດບອນ ເປັນອີກໜຶ່ງປະເພດທີ່ສປປ ລາວ ເຮົາ ສົ່ງເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ ແຂວງເຈີ້ຈຽງ ສປ ຈີນ ຮັບກຽດເປັນເຈົ້າພາບ ແລະ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການສ້າງປະຫວັດສາດຜ່ານຮອບຄັດເລືອກໃນງານດັ່ງກ່າວໄດ້ສຳເລັດ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ-ຂໍ້ມູນ: Lao Baseball Federation