ການນຳແຂວງສະຫວັນນະເຂດ ຮ່ວມເປີດງານບຸນອອກພັນສາ ແລະ ຊ່ວງເຮືອ ທີ່ແຂວງມຸກດາຫານ

ການນຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນ ແລະ ຄະນະສີພາຍເຮືອປະເພນີ ໄດ້ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮຶອ ປະຈຳປີ ພສ 2566 ໃນຕອນເຊົ້າວັນທີ 27 ຕຸລາ 2023 ທີ່ເທດສະບານເມືອງມຸກດາຫານ ແຂວງມຸກດາຫານ ປະເທດໄທ ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ວໍລະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ, ທ່ານ ນາງ ສຸວັນນີ ຕັ້ງປະລິທານົນ ເຈົ້າເມືອງມຸກດາຫານ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ວໍະຍານ ບຸນນະລາດ ເຈົ້າແຂວງມຸກດາຫານ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ແມ່ນເພື່ອເປັນການອະນຸລັກ ສົ່ງເສີມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ແລະ ຍັງເປັນການເສີມຂະຫຍາຍທາງດ້ານທຸລະກິດການຄ້າ, ການລົງທຶນ, ການທ່ອງທ່ຽວ ລວມໄປເຖິງສາຍພົວພັນມິດຕະພາບລະຫວ່າງແຂວງສະຫວັນນະເຂດ ສປປ ລາວ ກັບແຂວງມຸກດາຫານ ປະເທດໄທ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດດຽວກັນ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນະເຂດ ກໍໄດ້ມີຄຳເຫັນວ່າ: ການມາຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ແຂວງມຸກດາຫານຄັ້ງນີ້ ນອກຈາກຈະເປັນການແລກປ່ຽນຂະນົບທຳນຽມ ປະເພນີວັດທະນະທຳອັນດີງາມຂອງທ້ອງຖິ່ນ ສອງຝັ່ງແມ່ນ້ຳຂອງແລ້ວ ຍັງເປັນການເສີມສ້າງສາຍ ສຳພັນອັນດີງາມໃນຖານະເປັນ ບ້ານໃກ້ເຮືອນຄຽງ ຊຶ່ງມີຮີດຄອງປະເພນີ ແລະ ພາສາປາກ ເວົ້າທີ່ຄ້າຍຄືກັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ທັງເປັນການສົ່ງເສີມ ຮ່ວມມືກັນພັດທະນາທາງດ້ານເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ ແລະດ້ານວຽກງານອື່ນໆ ທັງໝົດນີ້ກໍແມ່ນເພື່ອຜົນປະໂຫຍດ, ຄວາມສະຫງົບສຸກຂອງປະຊາຊົນສອງຝັ່ງຂອງ ຊຶ່ງໄດ້ມີການໄປມາຫາສູ່ ຄ້າຂາຍຮ່ວມກັນມາແຕ່ເຫິງນານ. ໂອກາດດັ່ງກ່າວທ່ານ ນາງ ຫຼິງທອງ ແສງຕາວັນ ກໍຍັງໄດ້ເຊີນຊວນ ທັງການນຳ ຕະຫຼອດເຖິງມວນຊົນ ຊາວແຂວງມຸກດາຫານ ໃຫ້ມາຮ່ວມງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທີ່ແຂວງສະຫວັນນະເຂດ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2023 ນີ້.
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
