Skip to main content

ເຮືອທະນາຄານພັດທະນາລາວ ຄອງແຊ໋ມປະເພດ 33 ສີພາຍຊາຍ ງານແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2023 ທີ່ນະຄອນປາກເຊ

31/10/2023

ການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2023 ທີ່ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 30 ຕຸລາ 2023 ຢູ່ສາຍນໍ້າເຊໂດນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ບົວລີ ເພັດສົງຄາມ ເຈົ້ານນະຄອນປາກເຊ ພ້ອມດ້ວຍທ່ານເຈົ້າແຂວງອຸບົນຣາຊະທານີ ປະເທດໄທ, ທ່ານກົງໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາທີ 4 ແຂວງພາກໃຕ້ລາວ ທີ່ນະຄອນປາກເຊ, ທ່ານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ, ຮອງເຈົ້າແຂວງສາລະວັນ, ຮອງເຈົ້າແຂວງອັດຕະປື, ການນໍາແຂວງ, ການນໍານະຄອນຫຼວງພະບາງ, ການນໍາແຂວງຈໍາປາສັກ, ການນໍານະຄອນປາກເຊ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ພາຍໃນແຂວງ, ພ່ໍແມ່ນພີ່ນ້ອງຊາວນະຄອນປາກເຊ, ບັນດານັກທຸລະກິດ, ຜູ້ປະກອບການ, ການນໍາເຮືອຊ່ວງ, ຄູຝຶກ ແລະ ນັກສີພາຍເຮືອເຂົ້າຮ່ວມ.


ໃນພິທີ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ຕາງໜ້າຄະນະຮັບຜິດຊອບຈັດງານ ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ນະຄອນປາກເຊ ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 41 ຄະນະ, ມີການແຂ່ງຂັນ 6 ປະເພດ ຄື: ເຮືອກິລາປະເພດ 12 ສີພາຍຊາຍ ມີ 10 ຄະນະ, ເຮືອປະເພນີ ປະເພດ 24 ສີພາຍຊາຍ 8 ຄະນະ, ຍິງ 4 ຄະນະ, ເຮືອປະເພດເຮືອສູດ ຫຼື ເຮືອດັດແປງ 33 ສີພາຍຊາຍ ມີ 5 ຄະນະ, ຍິງ 4 ຄະນະ ແລະ ເຮືອປະເພນີ ປະເພດ 33 ສີພາຍຊາຍ 10 ຄະນະ.

ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອສູດ 33 ສີພາຍຊາຍ ອັນດັບທີ 1 ເຮືອທະນາຄານພັດທະນາລາວ, ອັນດັບທີ 2 ເຮືືອກອງບັນຊາການ ປກສ ແຂວງ ແລະ ອັນດັບທີ 3 ເຮືອຈາກແຂວງສາລະວັນ; ເຮືອປະເພນີ 33 ສີພາຍຊາຍ ອັນດັບທີ 1 ເຮືອກອງບັນຊາການ ປດສ ແຂວງ, ອັນດັບທີ 2 ເຮືອເມືອງມຸນລະປາໂມກ ແລະ ອັນດັບທີ 3 ເຮືອກອງບັນຊາການທະຫານແຂວງ; ເຮືອປະເພນີ 33 ສີພາຍຍິງ ອັນດັບທີ 1 ເຮືອບ້ານດອນເຂາະ, ອັນດັບທີ 2 ເຮືອບ້ານແກ້ງຊັນ ແລະ ອັນດັບທີ 3 ເຮືອບ້ານສະໝໍລຽບ; ເຮືອປະເພດ 24 ສີພາຍຊາຍ ອັນດັບທີ 1 ເຮືອທະຫານແຂວງ, ອັນດັບທີ 2 ເຮືືອເມືອງຊະນະສົມບູນ ແລະ ອັນດັບທີ 3 ເຮືອບ້ານດອນເຂາະ; ເຮືອປະເພດ 24 ສີພາຍຍິງ ອັນດັບທີ 1 ເຮືອບ້ານດອນເຂາະ, ອັນດັບທີ 2 ເຮືືອບ້ານສະໝໍລຽບ ແລະ ອັນດັບທີ 3 ເຮືອບ້ານແກ້ງຊັນ; ເຮືອປະເພດ 12 ສີພາຍຊາຍ ອັນດັບທີ 1 ເຮືອແຂວງສາລະວັນ, ອັນດັບທີ 2 ເຮືອແກະສະຫຼັກຫີນ ແລະ ອັນດັບທີ 3 ເຮືືອດອນສະຫວັນປິ່ນງົວ. ນອກນີ້ ຍັງມີລາງວັນເຮືອເຊີ້ງໜ້ານໍ້າ ຕື່ມອີກ ອັນດັບທີ 1 ບ້ານສະໝໍລຽບ, ອັນດັບທີ 2 ບ້ານດອນເຂາະ ແລະ ອັນດັບທີ 3 ບ້ານແກ້ງຊັນ.

ຂ່າວ-ພາບ: ທູນທອງໃຈ