ສປປ ລາວ ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ຍ້ອງຍໍ ໃຫ້ທັບນັກກິລາລາວ ຈາກຜົນງານລະດັບອາຊຽນ-ອາຊີ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ສປປ ລາວ ຈັດພິທີສະຫຼຸບຜົນງານຂອງຄະນະນັກກິລາລາວ ເຂົ້າຮ່ວມງານກິລາລະດັບອາຊຽນ ແລະ ອາຊີ ກໍຄື ງານມະຫະກໍາກິລາຊີເກມ ຄັ້ງທີ 32 ກັບ ກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ແລະ ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 19 ກັບ ງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ເມືອງຫາງໂຈ ສປ ຈີນ ໃນວັນທີ 31 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນ ໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ສສກ, ຮອງປະທານ ຄອລ ທັງເປັນປະທານຄະນະກຳມະການພາຣາແລມປິແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍບັນດາຄະນະລັດຖະມົນຕີ, ຮອງປະທານ ຄອລ, ຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຜູ້ໃຫ້ການສະໜັບສະໜູນ, ແຂກຖືກເຊີນ ແລະ ສື່ມວນຊົນຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງ ສສກ ທັງເປັນຮອງປະທານ-ເລຂາທິການ ຄອລ ໄດ້ລາຍງານຜົນສໍາເລັດການເຂົ້າຮ່ວມແຂ່ງຂັນກິລາຊີເກມ ໃຫ້ຮູ້ວ່າ: ຊີເກມ ຄັ້ງທີ 32 ທາງ ເຈົ້າພາບ ປະເທດກຳປູເຈຍ ໄດ້ກຳນົດຊີງໄຊທັງໝົດ 46 ປະເພດກິລາ ມີ 11 ຊາດສະມາຊິກອາຊຽນ ເຂົ້າຮ່ວມ ສຳລັບ ສປປ ລາວ ສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ຈາກ 31 ປະເພດ, ໃນນັ້ນປະເພດກິລາກຸ່ມຕົນເອງຮອບດ້ານ ມີ 11 ປະເພດກິລາ ປະກອບມີ ເຕະບານ, ກັອບ, ດອກປີກໄກ່, ຊັອບເທັນນິດ, ປິ່ງປ່ອງ, ບານບ້ວງ, ອີ-ສະປອດ, ຟັນດາບ, ບານສົ່ງຫາດຊາຍ, ກິລາຂ້າມສິ່ງກີດຂວາງ ແລະ ມວຍປໍ້າ ຊຶ່ງນຳໃຊ້ງົບປະມານ 14 ຕື້ກີບ ແລະ ນັກກິລາ ຍາດໄດ້ຜົນງານ ຍາດມາໄດ້ 6 ຫຼຽນຄຳ, 22 ຫຼຽນເງິນ, 60 ຫຼຽນທອງ.
ສ່ວນຜົນງານໃນການເຂົ້າຮ່ວມງານມະຫະກໍາກິລາເອຊຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ລະຫວ່າງວັນທີ 23 ກັນຍາ-8 ຕຸລາ 2023 ໃຫ້ຮູ້ວ່າ: ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາຈຳນວນ 162 ຄົນ, ເປັນນັກກິລາ 94 ຄົນ ຈາກ 16 ປະເພດກິລາ ສຳລັບຜົນງານ ສາມາດຍາດໄດ້ 3 ຫຼຽນທອງ ຈາກກິລາກະຕໍ້ທັງໝົດ, ສປປ ລາວ ຖືກຈັດຢູ່ໃນອັນດັບທີ 30 ຂອງປະເພດຫຼຽນລວມ ໃນ 45 ປະເທດເຂົ້າຮ່ວມ ແລະ ມີ 7 ປະເທດທີ່ບໍ່ໄດ້ຫຼຽນ.
ໂອກາດດຽວກັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງ ສສກ ທັງເປັນຮອງປະທານ-ເລຂາທິການ ຄພລ ໄດ້ລາຍງານການເຂົ້າຮ່ວມແຂ່ງຂັນກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ, ສປປ ລາວ ໄດ້ສົ່ງນັກກິລາຄົນພິການທີມຊາດລາວເຂົ້າຮ່ວມແຂ່ງຂັນທັງໝົດ 7 ປະເພດກິລາ ຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານທີມຍິງ, ບັອດເຊຍ, ບານບ້ວງລໍ້ເລື່ອນທີມຍິງ ແລະ ເຕະບານຄົນພິການຕາ, ມີນັກກິລາເຂົ້າຮ່ວມທັງໝົດ 41 ຄົນ, ຍິງ 21 ຄົນ. ມີຄະນະນຳ, ກອງເລຂາ, ທິມງານແພດ, ນັກຂ່າວ, ຄູຝຶກ-ຜູ້ຊ່ວຍຄູຝຶກ, ຜູ້ຊ່ວຍນັກກິລາ ແລະ ນັກກິລາເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 15 ທ່ານ ສາມາດຍາດໄດ້ 2 ຫຼຽນເງິນ ຈາກກິລາຍົກນ້ຳໜັກ ແລະ ໂກນບານທິມຍິງ. ນອກຈາກນັ້ນ, ກໍຍັງຍາດໄດ້ 10 ຫຼຽນທອງ ຈາກກິລາແລ່ນ-ລານ 6 ຫຼຽນ, ບານບ້ວງລໍ້ເລື່ອນທີມຍິງ 2 ຫຼຽນ, ເຕະບານຄົນພິການຕາ 1 ຫຼຽນ ແລະ ຍົກນ້ຳໜັກ 1 ຫຼຽນ ລວມ 12 ຫຼຽນ. ຈັດຢູ່ອັນດັບທີ 11 ຂອງບັນດາປະເທດອາຊຽນ ຖ້າທຽບໃສ່ຄາດໝາຍສູ້ຊົນແມ່ນບໍ່ໄດ້ຕາມແຜນທີ່ກຳນົດໄວ້ ຄື: 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ ແຕ່ຖ້າທຽບໃສ່ຜົນການແຂ່ງຂັນກິລາອາຊຽນ ພາຣາເກມ ຄັ້ງທີ 11 ປີ 2022 ທີ່ນະຄອນໂຊໂລ ປະເທດອິນໂດເນເຊຍ ໄດ້ຫຼຽນທອງເພີ່ມຂຶ້ນ 3 ຫຼຽນ. ສ່ວນການເຂົ້າຮ່ວມງານຄັ້ງນີ້ ລັດຖະບານ ໄດ້ອະນຸມັດງົບປະມານຮັບໃຊ້ທັງໝົດ 4 ຕື້ກີບ ແລະ ໄດ້ຮັບການອຸປະຖຳຈາກພາກສ່ວນຕ່າງໆ ແລະ ອົງການຈັດຕັ້ງສັງຄົມພາຍໃນປະເທດເປັນເຄື່ອງບໍລິໂພກ ແລະ ເງິນສົດ ຈຳນວນ 52.000.000 ກີບ ລວມທັງເງິນອັດສີດນັກກິລາທີ່ໄດ້ຫຼຽນລາງວັນ.
ທ່ານ ວິລະວັນ ບຸນສຸກໄທ ກ່າວໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ ນະຄອນຫາງໂຈ ສປ ຈີນ, ສປປ ລາວ ໄດ້ສົ່ງນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມແຂ່ງຂັນ 16 ຄົນ, ຍິງ 10 ຄົນ ທີ່ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນຄັດເລືອກສະສົມຄະແນນໃນລາຍການແຂ່ງຂັນຊີງແຊ໋ມໂລກ ແລະ ຊີງແຊ໋ມທະວີບອາຊີ ຊຶ່ງປະກອບມີ 5 ປະເພດກິລາຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ລົດຖີບ ແລະ ບານບ້ວງລໍ້ເລື່ອນຍິງ; ມີຄະນະນໍາ, ກອງເລຂາ, ທີມງານແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ລວມທັງໝົດ 25 ທ່ານ, ຍິງ 7 ທ່ານ ໂດຍຜົນການແຂ່ງຂັນ ສປປ ລາວ ບໍ່ສາມາດຍາດໄດ້ຫຼຽນລາງວັນ ແຕ່ຖ້າທຽບໃສ່ການແຂ່ງຂັນໃນລະດັບອາຊຽນ ພາຣາເກມນັກກິລາພວກເຮົາສາມາດເຮັດສະຖິຕິໃໝ່ຂອງຕົນເອງໄດ້ດີກວ່າເກົ່າ ແລະ ຈັດຢູ່ໃນ 11 ປະເທດ ທີ່ບໍ່ໄດ້ຮັບຫຼຽນລາງວັນ.
ໃນພິທີດັ່ງກ່າວ ຄະນະນຳ, ຄູຝຶກ ແລະ ນັກກິລາ ກໍຍັງໄດ້ມີການມອບໃບຍ້ອງຍໍໃຫ້ກັບບັນດາຜູ້ສະໜັບສະໜູນ ແລະ ໄດ້ມີການປະດັບຫຼຽນໄຊແຮງງານ ຊັ້ນ ll ແລະ ຊັ້ນ lll ໃຫ້ກັບຄະນະນໍາ, ຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນ 4 ລາຍການດັ່ງກ່າວ ໃນຕອນທ້າຍກໍຍັງໄດ້ຮັບການໂອ້ລົມຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ຂຶ້ນກ່າວຮັບຄໍາໂອວາດ ແລະ ກ່າວປິດພິທີ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
