ສາລະວັນ ກຽມເປັນເຈົ້າພາບ ງານມະຫະກໍາກິລານັກຮຽນທົ່ວປະເທດ 2024
02/11/2023

ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 10 ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2023 ເພື່ອຄົ້ນຄວ້າວຽກງາານທີ່ສຳຄັນຂອງແຂວງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ການກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ງານມະຫະກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ປີ 2024, ການກຽມຄວາມພ້ອມໃນການຍົກລະດັບດ່ານທ້ອງຖິ່ນປາກຕະພານ ເປັນດ່ານສາກົນ, ລາຍງານການແບ່ງຂັ້ນຄຸ້ມຄອງ ການຈັດເກັບລາຍຮັບ ຈາກການເກັບຊື້ມັນຕົ້ນໃຫ້ເມືອງ, ການຫັນການບໍລິຫານຜ່ານລະບົບທັນສະໄໝ ເພື່ອແລກປ່ຽນຂໍ້ມູນ, ການກະກຽມຄວາມພ້ອມງານແຫ່ພຣະໄຕຣປີດົກ ປະຈຳປີ 2023 ແລະ ເປີດປີທ່ອງທ່ຽວລາວ 2024.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
