ເຍົາວະຊົນລາວ ສ້າງຜົນງານເດັ່ນ ຄວ້າຫຼຽນເງິນ ຢູ-15 ດອກປີກໄກ່ ຊີງແຊ໋ມອາຊຽນ 2023
06/11/2023

ທ້າວ ນັດທິວ ພົງສັກ ແລະ ທ້າວ ສຸພະໄຊ ສິມມະວົງ ສອງໜຸ່ມນ້ອຍນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ສ້າງຜົນງານໄດ້ຢ່າງໂດດເດັ່ນໃຫ້ແກ່ປະເທດຊາດ ແລະ ເປັນຜົນງານຄັ້ງປະຫວັດສາດ ຄວ້າ 1 ຫຼຽນເງິນ ໃນການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຊີງເເຊ໋ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນ 17 ປີ ປະຈຳປີ 2023 ຫຼື “ASEAN U-15 & U-17 Badminton Championship 2023”.
ການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຊີງເເຊ໋ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນ 17 ປີ ປະຈຳປີ 2023 ຈັດຂຶ້ນເປັນເວລາ 5 ວັນ ລະຫວ່າງວັນທີ 30 ຕຸລາ ຫາ 3 ພະຈິກ 2023 ທີ່ນະຄອນຫຼວງ ພະນົມເປນ ປະເທດກຳປູເຈຍ ຊຶ່ງລາຍການນີ້ ມີນັກກິລາເຂົ້າຮ່ວມ 70 ຄົນ ຈາກ 5 ປະເທດ ປະກອບມີ ເຈົ້າພາບ ກຳປູເຈຍ, ບຣູໄນ, ສປປ ລາວ, ມຽນມາ ແລະ ຕີມໍ ເລດເຕ ໂດຍມີການຊີງໄຊຫຼາຍລາຍການທັງປະເພດຍິງ ແລະ ຊາຍ ສຳລັບສປປ ລາວ ແມ່ນສົ່ງພຽງແຕ່ນັກກິລາຊາຍ ຢູ-15 ແລະ ຢູ-17 ປີ ຈຳນວນ 4 ຄົນ, ຄູຝຶກ 1 ຄົນ ແລະ ຄະນະນຳ 1 ຄົນ ນຳໂດຍທ່ານ ບຸນຍະແສງ ນະຊຽງຄຳ ຮອງເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ.
ສຳລັບຜົນງານຂອງທັບນັກກິລາດອກປີກໄກ່ທີມຊາດລາວ ໃນລາຍການດັ່ງກ່າວ ໂດຍສະເພາະ ຢູ-15 ຊາຍຄູ່ ຮອບຮອງຊະນະເລີດ ທີ່ຈັດຂຶ້ນ ເມື່ອວັນທີ 2 ພະຈິກ 2023 ສອງໜຸ່ມນ້ອຍນັກກິລາດອກປີກໄກ່ທີມຊາດລາວ ກໍຄື ທ້າວ ນັດທິວ ພົງສັກ ແລະ ທ້າວ ສຸພະໄຊ ສິມມະວົງ ສ້າງຜົນງານໄດ້ຢ່າງພົ້ນເດັ່ນ ໄລ່ເອົາຊະນະ ນັກກິລາທີມຊາດຕີມໍ ເລດເຕ 2-1 ເກມ 23-21, 20-22 ແລະ 21-10 ຄະແນນ ຜ່ານເຂົ້າໄປຊິງຊະນະເລີດ ຈັດຂຶ້ນໃນວັນທີ 3 ພະຈິກ 2023 ແຕ່ໜ້າເສຍດາຍເສຍໃຫ້ ນັກກິລາດອກປີກໄກ່ທີມຊາດມຽນມາ 0-2 ເກມ ໄດ້ພຽງຫຼຽເງິນໄປຄອງ ສ່ວນ ມຽນ ໄດ້ຫຼຽນຄຳ ແລະ ຫຼຽທອງຮ່ວມ ເປັນຂອງກຳປູເຈຍ ແລະ ຕີມໍ ເລດເຕ.
ສ່ວນຜົນງານ ຢູ-17 ຊາຍດ່ຽວ ຮອບຮອງຊະນະເລີດ ທ້າວ ອານຸສິນ ມະນີວັນ ລາວ ເສຍໃຫ້ ນັກກິລາຈາກມຽນມາ 0-2 ເກມ 17-21 ແລະ 16-21 ຄະແນນ ໄດ້ອັນດັບທີ 3 ຮ່ວມ ສ່ວນ ຢູ-17 ຊາຍຄູ່ ຮອບຮອງຊະນະເລີດ ທ້າວ ຊະນະ ສີຣິສັກ ແລະ ທ້າວ ອານຸສິນ ມະນີວັນ ລາວ ເສຍໃຫ້ ນັກກິລາເຈົ້າພາບ ກຳປູເຈຍ 0-2 ເກມ 16-21 ແລະ 12-21 ໄດ້ອັນດັບທີ 3 ຮ່ວມ.
ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ທັບນັກກິລາດອກປີກໄກ່ທີມຊາດລາວ ໄດ້ສົ່ງນັກກິລາ 4 ຄົນ ແລະ ຄູຝຶກ 1 ຄົນ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຫຼື BCEL Bank BCEL.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
