ມສ ໂພນສະຫວັນ ເປີດກິດຈະກຳແຂ່ງຂັນກິລາ-ສິລະປະ ສົກຮຽນ 2023-2024
07/11/2023

ໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ໂພນສະຫວັນ ແຂວງສະຫວັນນະເຂດ ໂດ້ເປີດການແຂ່ງຂັນກິລາ-ສິລະປະ ເພື່ອຕ້ານສິ່ງເສບຕິດ ປະຈໍາສົກຮຽນ 2023-2024 ໃນວັນທີ 3 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ສອນວິຊຽນ ຜູ້ອໍານວຍການໂຮງຮຽນ ມສ ໂພນສະຫວັນ, ມີທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຄະນະຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ, ຄະນະອໍານວຍການໂຮງຮຽນອ້ອມຂ້າງ ແລະ ນ້ອງນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີ, ທ່ານ ມະນີສັກ ສີສຸພັນ ຮອງຜູ້ອໍານວຍການໂຮງຮຽນ ມສ ໂພນສະຫວັນ ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດກິດຈະກໍາແຂ່ງຂັນກິລາ-ສິລະປະ ພາຍໃນ ໂຮງຮຽນ ມສ ໂພນສະຫວັນ ບໍ່ພຽງແຕ່ເປັນການສ້າງຂະບວນການໃຫ້ຟົດຟື້ນມ່ວນຊື່ນເທົ່ານັ້ນ ແຕ່ຍັງເປັນການສືບຕໍ່ສ້າງຂະບວນການຕ້ານສິ່ງເສບຕິດ ກໍຄືບັນຫາຫຍໍ້ທໍ້ຕ່າງໆໃນໂຮງຮຽນ. ພ້ອມກັນນັ້ນ, ກໍຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງເຂົ້າໃນຂະບວນການກິລາ-ສິລະປະ ໃຫ້ແກ່ປະເທດຊາດ ເວົ້າລວມ, ເວົ້າສະເພາະແຂວງສະຫວັນນະເຂດ ສ້າງໂອກາດໃຫ້ນັກຮຽນຜູ້ທີ່ມີພອນສະຫວັນດ້ານກິລາ ແລະ ດ້ານສິລະປະ ກ້າສະແດງອອກທາງດ້ານຄວາມສາມາດຂອງເຂົາເຈົ້າ ກາຍເປັນນັກກິລາ ແລະ ນັກສິລະປະ ລະດັບອາຊີບ ໃນອະນາຄົດ. ຊຶ່ງການແຂ່ງຂັນລາຍການດັ່ງກ່າວ ແມ່ນຈະດຳເນີນຈົນໄປເຖິງ 26 ເມສາ 2024 ຈຶ່ງຈະສໍາເລັດ ມີການຊີງໄຊກັນທັງໝົດ 6 ປະເພດກິລາ ຄື: ກິລາບານສົ່ງຍິງ 26 ທີມ, ກິລາບານສົ່ງຊາຍ 24 ທີມ, ກິລາກະຕໍ້ຊາຍ 24 ທີມ, ກິລາກະຕໍ້ຍິງ 10 ທີມ, ກິລາບານບ້ວງຍິງ 10 ທີມ, ກິລາບານບ້ວງຊາຍ 14 ທີມ, ກິລາເປຕັງແບບປະສົມຊາຍ-ຍິງ 26 ທີມ ແລະ ກິລາປິ່ງປ່ອງຍິງ 24 ທີມ, ກິລາປິ່ງປ່ອງຊາຍ 24 ທີມ. ພ້ອມນັ້ນຍັງມີກິດຈະກຳການແຂ່ງຂັນສິລະປະ-ວັນນະຄະດີປະເພດບົດຟ້ອນລະຫວ່າງຫ້ອງຕໍ່ຫ້ອງ, ຊັ້ນຕໍ່ຊັ້ນມີນັກຮຽນ (ນັກຟ້ອນ) ມ.ຕົ້ນ 32 ທີມ ແລະ ຊັ້ນ ມ.ປາຍ 24ທີມ ແລະ ອື່ນໆ.
ໂອກາດນີ້, ທ່ານ ອະນຸສອນ ສຸດທິວົງ ໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງສູງທີ່ໄດ້ເປີດການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈໍາປີ ແລະ ປີນີ້ ຈັດຂຶ້ນກໍຄືທຸກໆປີຜ່ານມາ ເພື່ອເປັນການສ້າງຂະບວນການພາຍໃນໃຫ້ຟົດຟື້ນມ່ວນຊື່ນ, ສ້າງຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງ ລວມທັງຊຸກຍູ້ຈິດໃຈຂອງຄູອາຈານ ແລະນັກຮຽນ ພາຍໃນໂຮງຮຽນ ມສ ໂພນສະຫວັນ ແຂວງສະຫວັນນະເຂດ ໃຫ້ກາຍເປັນໂຮງຮຽນແບບຢ່າງຮອບດ້ານພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນໂຮງຮຽນ ແນໃສ່ສົ່ງເສີມການຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງ.
ຂຽນໂດຍ: ຄຳແພງເພັດ ຂັນຕິວົງ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
