Skip to main content

ສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ຄັ້ງທີ 2

07/11/2023

ແຂວງສະຫວັນນະເຂດ ໄດ້ຈັດງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ຄັ້ງທີ 2 ໃນວັນທີ 4-5 ພະຈິກ 2023 ໂດຍມີບັນດາການນຳຂອງທັງ 2 ຝັ່ງຂອງລາວ-ໄທ ແລະ ນັກຖີບທັງມືອາຊີບ ແລະ ນັກຖີບເພື່ອການທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ໃຫ້ກຽດຕ້ອນຮັບໃນຄັ້ງນີ້ມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຫິຼງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານ, ຝ່າຍປະເທດໄທເຂົ້າຮ່ວມໂດຍ ທ່ານ ວໍຣະຢານ ບຸນນະລາດ ເຈົ້າແຂວງມຸກດາຫານ, ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ.


ທ່ານ ໂພສີສອຍ ກຸທິລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ກ່າວລາຍງານການຈັດງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ຈຸດປະສົງ ແລະ ເປົ້າໝາຍຫຼັກໃນການຈັດງານຄາຣາວານລົດຖີບ 2 ຝັງຂອງ ເຊື່ອມໂຍງການທ່ອງທ່ຽວ ເພື່ອແນໃສ່ການຮ່ວມມື ແລະ ສົ່ງເສີມການທ່ອງທ່ຽວ ລະຫວ່າງ 2 ປະເທດ (ສະຫວັນນະເຂດ-ມຸກດາຫານ) ພ້ອມທັງເປັນການກະຕຸກຊຸກຍູ້ທາງດ້ານເສດຖະກິດຂອງແຂວງ ເວົ້າລວມ, ເວົ້າສະເພາະແມ່ນທຸລະກິດການທ່ອງທ່ຽວໃຫ້ມີທ່າອ່ຽງດີຂຶ້ນ ພ້ອມທັງເປັນການເຊື່ອມໂຍງວັດທະນະທໍາ 2 ຝັງຂອງ ລາວ – ໄທ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທາງດ້ານການບໍລິການທ່ອງທ່ຽວ, ການຄ້າ ແລະ ປະຊາສໍາພັນການທ່ອງທ່ຽວຮ່ວມກັນ.

ກິດຈະກໍາຄັ້ງນີ້ແມ່ນກິດຈະກໍາເລີ່ມຕົ້ນຂອງຫຼາຍໆກິດຈະກໍາ ທີ່ທາງແຂວງສະຫວັນນະເຂດ ຈັດຂຶ້ນເພື່ອເປັນການຕ້ອນຮັບສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ 2024 ຄາຣາວານລົດຖີບ 2 ຝັງຂອງເຊື່ອມໂຍງການທ່ອງທ່ຽວໃນປີນີ້ ແມ່ນໄດ້ກໍານົດຢູ່ 2 ວັນ ເລີ່ມແຕ່ ວັນທີ 4 – 5 ພະຈິກ 2023, ເຊີ່ງມີຜູ້ເຂົ້າຮ່ວມທັງໜົດ 473 ຄັນ ຈາກມຸກດາຫານ 350 ຄັນ, ນອນຄ້າງຄືນ 130 ຄົນ ມາຈາກຫຼາຍແຂວງຂອງໄທ, ສະຫວັນນະເຂດ ມີທັງໜົດ 123 ຄົນ ເຂົ້າຮ່ວມ, ມາຈາກກຸ່ມລົດຖີບນະຄອນຫຼວງວຽງຈັນ, ກຸ່ມລົດຖີບຄໍາມ່ວນ ແລະ ສະຫວັນນະເຂດ, ຈາກສະຫະພັນລົດຖີບຂອງແຂວງ ແລະ ບັນດາກຸ່ມລົດຖີບຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງໄຊບູລີ, ເມືອງອຸທຸມພອນ, ເມືອງສອງຄອນ, ເຂດຄຸ້ມຄອງເຂດເສດຖະກິດພິເສດ, ກຸ່ມລົດຖີບອາວຸໂສ, ລາວອີຫຼີ, ໂຮ່ລຽນ, ໄບອັອບຟິດ (Bike coffee), ສະຫວັນລີເຈີນລີສອດ.

ການກະກຽມຄວາມພ້ອມກິດຈະກໍາໃນການຕ້ອນຮັບນັກທ່ອງທ່ຽວໃນຄັ້ງນີ້ ປະກອບມີ ຖີບລົດຂ້າມຂອງ ເຊື່ອມໂຍງການທ່ອງທ່ຽວ ໄທ-ລາວ (ສະຫວັນນະເຂດ-ມຸກດາຫານ) ຊົມທັດສະນີຍະພາບຂອງນະຄອນໄກສອນພົມວິຫານ ກໍຄືຕົວເມືອງເກົ່າຂອງເມືອງຄັນທະບູລີ, ສໍາຜັດກັບປະເພນີ ແລະ ສິລະປະຂອງຊາວນະຄອນ ກໍຄືແຂວງສະຫວັນນະເຂດ ປະກອບມີ ຮ້ອງເພງ, ຟ້ອນແບບວັດທະນະທໍາລາວ ແລະ ເຕັ້ນການປະສົມປະສານ ລະຫວ່າງ ສາກົນ ແລະ ວັດທະນະທໍາລາວທີອ່ອນຊອນ ແລະ ລໍາວົງສາມັກຄີ ລາວ-ໄທ ອອກຮ້ານວາງສະແດງ ແລະ ຈໍາໜ່າຍອາຫານ-ເຄື່ອງດື່ມ ແລະ ເຄື່ອງທີ່ລະນຶກ ຈາກແຂວງສະຫວັນນະເຂດ. ສໍາລັບບັນດາທ່ານທີ່ນອນຄ້າງຄືນ ແມ່ນຈະໄດ້ສໍາຜັດກັບບັນຍາກາດສະຫວັນລາຕຣີ ໃນຍາມຄໍ່າຄືນ, ມີການແຈກລາງວັນ ທີ່ຫຼາກຫຼາຍໃນກິດຈະກໍາທີ່ຫໍພິພິຕະພັນແຂວງ ແລະ ອື່ນໆ, ການໃສ່ບາດເຊື່ອມໂຍງວັດທະນະທໍາ ລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ໃນງານຄັ້ງນີ້ຍັງໄດ້ມີການຮ່ວມບາສີສູ່ຂວັນເພື່ອເປັນການຕ້ອນຮັບແຂກບ້ານແຂກເມືອງ, ຮ່ວມພາເຂົ້າສາມັກຄີ ແລະ ຮ່ວມມ່ວນຊື່ນຕື່ມອີກ.