ມສ ອຸດົມວິໄລ ເປີດຂະບວນການແຂ່ງຂັນກິລາ-ສິລະປະ ປະຈຳສົກຮຽນ 2023-2024

ໂຮງຮຽນມັດທະຍົມສົມບູນ ຫຼື ມສ ອຸດົມວິໄລ ແຂວງສະຫວັນນະເຂດ ເປີດຂະບວນການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈຳສົກຮຽນ 2023-2024 ໃນວັນທີ 8 ພະຈິກ 2023 ທີ່ສະໜາມກິລາໂຮງຮຽນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນຊູ ໄຊຍະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ສົມເພີດ ເພັດອຸບົນ ວ່າການຜູ້ອຳນວຍການໂຮງຮຽນ ມສ ອຸດົມວິໄລ ພ້ອມດ້ວຍຄະນະອຳນວຍການໂຮງຮຽນອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະພັດທະນາການສຶກສາຂັ້ນບ້ານ, ແຂກຖືກເຊີນ ຕະຫຼອດຮອດນ້ອງໆນັກຮຽນຢ່າງພ້ອມພຽງ.
ໃນພິທີ, ທ່ານ ບຸນແຮງ ເລັ່ງສະຫວັດ ຮອງຜູ້ອຳນວຍການໂຮງຮຽນ ມສ ອຸດົມວິໄລ ໄດ້ລາຍງານໃຫ້ຮູ້ວ່າ: ກິດຈະກຳແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີໃນຄັ້ງນີ້ ແມ່ນເພື່ອສ້າງຂະບວນການແຂ່ງຂັນໃນແຕ່ລະຊັ້ນຮຽນ, ແຕ່ລະຫ້ອງ ເພື່ອປັບປຸງການຮຽນການສອນໃຫ້ມີຄຸນນະພາບໃກ້ກຽງກັບພາກພື້ນສາກົນ, ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນໂຮງຮຽນ, ເພື່ອສ້າງສະພາບແວດລ້ອມທີ່ດີເພື່ອອຳນວຍຄວາມສະດວກໃຫ້ແກ່ການຮຽນການສອນພ້ອມປູກຈິດສຳນຶກທີ່ດີໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນ, ເພື່ອສ້າງເງື່ອນໄຂໃຫ້ໂຮງຮຽນ, ຫ້ອງຮຽນໃຫ້ມີຄວາມມາດຖານທີ່ດີ, ໄດ້ຫ້ອງຮຽນທີ່ດີ ແລະ ບຸກຄົນດີເດັ່ນຕື່ມອີກ. ຊຶ່ງກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ມີ 3 ປະເພດຄື: ກິລາເຕະບານຫ້ອງຕໍ່ຫ້ອງທີມຍິງ ມີ 36 ທີມ, ທີມເຕະບານຊາຍ ມີ 33 ທີມ, ກິລາກະຕໍ້ຊັ້ນ ມ.ຕົ້ນ ແລະ ມ.ປາຍ 37 ທີມ, ທີມຍິງ 19 ທີມ, ກິລາບານສົ່ງຊັ້ນ ມ.ຕົ້ນ ແລະ ມ.ປາຍ ມີ 32 ທີມ, ຍິງ 16 ທີມ, ກິລາເປຕັງ ຊັ້ນ ມ.ຕົ້ນ ແລະ ມ.ປາຍ ມີ 72 ທີມ, ຍິງ 36 ທີມ ເຂົ້າຮ່ວມ ແລະ ຍັງມີການແຂ່ງຂັນສິລະປະ-ວັນນະຄະດີປະເພດຟ້ອນ ລະຫວ່າງຫ້ອງຕໍ່ຫ້ອງ ແລະ ການແຂ່ງຂັນຖາມ-ຕອບວິທະຍາສາດລະຫວ່າງຫ້ອງຕໍ່ຫ້ອງກິດຈະກຳດັ່ງກ່າວ ຈະໄດ້ເລີ່ມການແຂ່ງຂັນນັບແຕ່ຕົ້ນເດືອນພະຈິກ 2023 ຫາທ້າຍເດືອນພຶດສະພາ 2024 ຈຶ່ງຈະສຳເລັດ.
ໂອກາດນີ້, ທ່ານ ປອ ບຸນຊູ ໄຊຍະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາທ່ານທຸກພາກສວ່ນທີ່ກ່ຽວຂ້ອງໃຫ້ເອົາໃຈໃສ່ຫ້າງຫາກະກຽມ ແລະ ຮັບປະກັນຄວາມພ້ອມດ້ານຕ່າງໆ ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກພາກສ່ວນ-ນ້ອງໆນັກຮຽນ ຕ້ອງເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມໃຫ້ນ້ອງໆນັກຮຽນຂອງຕົນເຂົ້າຮ່ວມແຂ່ງຂັນຢ່າງສຸດກົກສຸດປາຍ ພ້ອມກັນປະຕິບັດຕາມຕາຕະລາງ ເວລາການແຂ່ງຂັນໃຫ້ເຂັ້ມງວດ ສຳລັບກຳມະການຕ້ອງປະຕິບັດກະຕິກາໃນການຕັດສິນໃຫ້ເຄັ່ງຄັດ, ຍຸຕິທຳຮັກສາໄດ້ຄວາມສາມັກຄີມິດຕະພາບໃນການແຂ່ງຂັນ ມີນ້ຳໃຈນັກກິລາ ຮູ້ໄດ້ ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ເຮັດໃຫ້ຂະບວນການແຂ່ງຂັນກິດຈະກຳກິລາສິລະປະ-ວັນນະຄະດີໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດໄປດ້ວຍໝາກຜົນອັນຈົບງາມ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
