ກຸ່ມນໍ້າໃຈລາວ ແລະ ແອວແອນເອັນ ມອບເຄື່ອງຊ່ວຍເຫຼືອໂຮງຮຽນ 2 ແຫ່ງ ເມືອງຫາດຊາຍຟອງ
13/11/2023

ກຸ່ມນໍ້າໃຈລາວ ແລະ ບໍລິສັດ ແອວແອນເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ຕະຫຼອດຮອດບຸກຄົນ ແລະ ນິຕິບຸກຄົນ ໄດ້ຮ່ວມໃຈກັນລະດົມທຶນຈັດຊື້ອຸປະກອນກິລາ, ເຂົ້າສານ, ປຶ້ມອ່ານ, ເຄື່ອງປຣິນເຕີ ແລະ ພັດລົມ ພ້ອມເງິນສົດ ລວມມູນຄ່າ 15 ລ້ານກວ່າກີບ ໄປມອບໃຫ້ແກ່ໂຮງຮຽນປະຖົມສຶກສາສົມບູນ ບ້ານນາໄຫ ແລະ ໂຮງຮຽນປະຖົມສົມບູນ ບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ນຳໃຊ້ອຸປະກອນດີໆ ເຂົ້າໃນການຮຽນການສອນ ໃຫ້ມີຄຸນນະພາບທີ່ດີຂຶ້ນເລື້ອຍໆ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 10 ພະຈິກ 2023 ທີ່ໂຮງຮຽນປະຖົມສຶກສາສົມບູນ ບ້ານໜອງພົງ ເມືອງຫາດຊາຍຟອງ ໂດຍກ່າວຂອງ ທ່ານ ອາລີ ວິພົງໄຊ ປະທານບໍລິສັດ ແອວແອນເອັນ (L&N) ອະສັງຫາລິມະຊັບ ແລະ ວິສະວະກໍາກໍ່ສ້າງ ທັງເປັນປະທານກຸ່ມນໍ້າໃຈລາວ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ລົມ ສົມຈິດ ຜູ້ອຳນວຍການໂຮງຮຽນປະຖົມສຶກສາສົມບູນບ້ານໜອງພົງ, ມີທ່ານ ນາງ ໄຄສີ ຂິນທະວົງ ຄະນະພັກເມືອງ, ປະທານສະຫະພັນແມ່ຍິງເມືອງຫາດຊາຍຟອງ ທັງເປັນຫົວໜ້າກຸ່ມ Vl ທ່າພະ ແລະ ທ່ານ ບຸນເກີດ ຄຳປະເສີດ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ຕະຫຼອດຮອດບັນດາຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດສະມາຊິກກຸ່ມນໍ້າໃຈລາວເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ອາລີ ວິພົງໄຊ ກ່າວວ່າ: ຂ້າພະເຈົ້າ ໃນນາມເປັນປະທານກຸ່ມນໍ້າໃຈລາວ ພ້ອມດ້ວຍຄະນະ ມີຄວາມຮູ້ສຶກພາກພູມໃຈ ແລະ ປຶ້ມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນເຄື່ອງຕ່າງໆ ນຳມາມອບໃຫ້ແກ່ບ້ານໜອງພົງ ຫວັງຢ່າງຍິ່ງວ່າ ໂອກາດໜ້າພວກເຮົາຈະໄດ້ມີໂອກາດລະດົມກັນມາມອບໃຫ້ອີກ ສຳລັບກຸ່ມນໍ້າໃຈລາວ ຫຼື ກຸ່ມ ຮາດຣ໋ອກ ເອັບຊີ ໄດ້ສ້າງຕັ້ງຂຶ້ນມາແຕ່ ປີ 2015 ນັບມາຮອດປັດຈຸບັນ ແມ່ນຄົບຮອບ 8 ປີ ຕະຫຼອດໄລຍະຜ່ານອ້າຍນ້ອງຂອງກຸ່ມນໍ້າໃຈລາວພວກເຮົາ ໄດ້ມີການເຄື່ອນໄຫວຫຼາຍກິດຈະກຳ ເຖິງວ່າພວກເຮົາຈະພົບກັບບັນຫາຄວາມຫຍຸ້ງຍາກຕ່າງໆ ໂດຍສະເພາະບໍ່ໄດ້ມີໂອກາດໄດ້ໃກ້ຊິດຕິດແທດກັນ ຍ້ອນແຕ່ລະທ່ານແມ່ນໄດ້ຢູ່ຢັງຢາຍກັນຄົນລະທິດຄົນລະທາງ ແຕ່ເໜືອຮອດໃຕ້ ແຕ່ພວກເຮົາກໍໍຍັງພ້ອມໃຈກັນບິແບ່ງນໍ້າໃຈເພື່ອຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະປີທຳອິດ ກໍໄດ້ນຳເອົາເຄື່ອງນຸ່ງຮົ່ມຕ່າງໆ, ອຸປະກອນການສຶກສາ ແລະ ອຸປະກອນກິລາ, ເງິນສົດ ໄປຊ່ວຍເຫຼຶອໃຫ້ປະຊາຊົນຊາວເມືອງປາກອູ່ ແຂວງຫຼວງພະບາງ ຈາກນັ້ນກໍໄດ້ສືບຕໍ່ນຳເອົາບັນດາເຄື່ອງຕ່າງໆ ໄປຊ່ວຍເຫຼືອອຳນາດການປົກຄອງເມືອງໂພນທອງ ແຂວງຈຳປາສັກ, ເມືອງເຟືອງ ແຂວງວຽງຈັນ ແລະ ເມືອງທ່າແຂກ ແຂວງຄຳມ່ວນ ອີກດ້ວຍ. ສະນັ້ນ ໃນມື້ນີ້ ກໍເປັນອີກວາລະສຳຄັນ ທີ່ພວກເຮົາໄດ້ພ້ອມໃຈກັນ ຮ່ວມນໍ້າໃຈກັນ ນຳເອົາເຄື່ອງຕ່າງໆມາມອບໃຫ້ ຫວັງຢ່າງຍິ່ງວ່າ ບັນດາເຄື່ອງເຫຼົ່ານີ້ ຈະສ້າງປະໂຫຍດໃຫ້ແກ່ບ້ານ ກໍຄື ເມືອງຫາດຊາຍຟອງ.
ສຳລັບເຄື່ອງທີ່ນຳມາມອບໃຫ້ແກ່ໂຮງຮຽນປະຖົມສຶກສາສົມບູນໜອງພົງໃນຄັ້ງນີ້ ປະກອບມີ ບານເຕະ, ບານສົ່ງ ພ້ອມຕາໜ່າງ, ກະຕໍ້ ພ້ອມຕາໜ່າງ, ນໍ້າດື່ມ 10 ແພັກ, ເຄື່ອງປຣິນເຕີ ແລະ ພັດລົມ ລວມມູນຄ່າ 6 ລ້ານກວ່າກີບ. ນອກຈາກນັ້ນ, ທ່ານ ພັນໂທ ຄຳໃບ ມອບເສື້ອໂປໂລ 30 ຜືນ ແລະ ເຂົ້າສານ 1 ເປົາ ລວມມູນຄ່າ ເກືອບ 4 ລ້ານກີບ ກ່ອນຈະມອບເຄື່ອງໃຫ້ໂຮງຮຽນດັ່ງກ່າວ ທາງບໍລິສັດ ແອວແອນເອັນ (L&N) ກໍຍັງມອບເງິນສົດ ຈຳນວນ 5 ລ້ານກີບ ໃຫ້ຫ້ອງການບ້ານນາໄຫ ເພື່ອນຳໄປປັບປຸງກໍ່ສ້າງກຳແພງໂຮງຮຽນປະຖົມສຶກສາສົມບູນບ້ານນາໄຫ ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
