Skip to main content

ຄູ-ນັກສຶກສາ ວລ ປາກປ່າສັກ ຮັບຮູ້ເຖິງຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ

ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງວິທະຍາໄລ (ວລ) ເຕັກນິກປາກປ່າສັກ 100 ກວ່າຄົນ ໄດ້ຮັບຮູ້ຂໍ້ມູນຢາເສບຕິດ ໂດຍສະເພາະຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ, ວິທີການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງການສຶກສາ ແລະ ກິລາ ພ້ອມທັງໄດ້ເຊື່ອມຊຶມເອກະສານສຳຄັນຂອງຊາດ ກໍຄື ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.

ພິທີປາຖະກະຖາຜົນຮ້າຍຂອງຢາເສບຕິດ ແລະ ເຊື່ອມຊຶມ 2 ວັນປະຫວັດສາດດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລ ເຕັກນິກ ປາກປ່າສັກ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ກາລະຄອນ ພູມີນິດ ຮອງອຳນວຍການວິທະຍາໄລ ເຕັກນິກ ປາກປ່າສັກ ພ້ອມດ້ວຍບັນດາຫົວໜ້າພະແນກ/ພາກວິຊາ/ສູນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ຕາງໜ້ານ້ອງນັກສຶກສາ 100 ກວ່າຄົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ໄດ້ເຜີຍແຜ່ເຖິງຜົນຮ້າຍຂອງຢາເສບຕິດໃຫ້ຮູ້ວ່າ: ຢາເສບຕິດ ໄດ້ແຜ່ລະບາດໄປທົ່ວທຸກມຸມໂລກ, ຕາມສະຖິຕິຂອງ UNODC ບອກວ່າ ໃນໂລກມີຜູ້ຕິດຢາເສບຕິດເຖິງ 200 ລ້ານຄົນ, ມີກຸ່ມແກ້ງເຄືອຂ່າຍ-ຄ້າຂາຍເພີ່ມຂຶ້ນ, ການເຄື່ອນໄຫວລັກລອບຂົນສົ່ງຢາເສບຕິດ, ສານເຄມີ ນັບມື້ຫຼາຍຂຶ້ນ ແລະ ເປີດແປນ, ມີຄວາມເປັນອັນຕະລາຍຮ້າຍແຮງຂຶ້ນໄປເລື້ອຍໆ ສະເລ່ຍໃນແຕ່ລະປີ ກໍາໄລຈາກການຄ້າຂາຍຢາເສບຕິດ ປະມານ 500 ລ້ານໂລດາ, ຈັດຢູ່ໃນອັນດັບ 2 ຮອງຈາກການຄ້າຂາຍອາວຸດເສິກ. ຢາເສບຕິດມີ 2 ປະເພດ (ຕາມທີ່ກົດໝາຍກໍານົດໄວ້) ຄື: ຢາເສບຕິດເກືອຫ້າມ (ຢາບ້າ, ເຮໂລອິນ, ຢາໄອ, ໂຄເຄນ, ຢາອີ) ແລະ ຢາເສບຕິດ-ສານເສບຕິດທີ່ຖືກຄວບຄຸມການນໍາໃຊ້ (ຝິ່ນ, ມອກຝິ່ນ, ໂກເດອິນ, ເມຕາໂດນ, ເຟນຕາມິນ, ມີດາໂຊລາມ, ອາໂມບາບີຕານ, ອາເຊຕິກແອນຮາຍໄດຣ, ອາເຊຕິນກຣໍຣາຍ, ຊຸນຟູລິກ, ເອທິນອາຊີເຕດ, ຮາຍໂດຣຄຣໍລິກອາຊິດ, ໂປຣປິໂອມິ, ໄນຕຣັດອອກຊາຍ, ສານກະຕຸ້ນ ແລະ ອອກລິດຕໍ່ຈິດປະສາດອື່ນໆ ຕາມທີ່ໄດ້ກໍານົດໃນລະບຽບການ.

ຢາບ້າ ໄດ້ເລີ່ມແຜ່ລະບາດໃນຊຸມປີ 1920 ຊຶ່ງຜະລິດຢູ່ປະເທດອາເມຣິກາເປັນປະເທດທໍາອິດ, ລັດຖະບານຂອງອາເມຣິກາ, ອັງກິດ, ເຢຍລະມັນ ແລະ ຢີ່ປຸ່ນ ໃຊ້ຢາບ້າໃນກຸ່ມທະຫານ (ໃນສົງຄາມໂລກ ຄັ້ງທີ 2) ເພື່ອຫຼຸດຜ່ອນຄວາມອິດເມື່ອຍ, ກະຕຸ້ນຄວາມຮູ້ສຶກ ແລະ ເພີ່ມຄວາມອົດທົນ. ໃຊ້ຢາບ້າໃນນັກກິລາແລ່ນລານ ແລະ ມີລາຍງານການໃຊ້ຢາບ້າໃນກຸ່ມນັກທຸລະກິດ. ໃນໄລຍະຕົ້ນຊຸມປີ 1940 ໃນຕະຫຼາດມືດເລີ່ມຕົ້ນໃຊ້ເປັນຢາກະຕຸ້ນປະສາດ ໃນກຸ່ມນັກສຶກສາ ແລະ ຄົນຂັບລົດທາງໄກ.

ສຳລັບສະພາບບັນຫາຢາເສບຕິດໃນ ສປປ ລາວ ປະເທດເຮົາ ໄດ້ເປີດກວ້າງກັບພາກພື້ນ, ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ຊຶ່ງເປັນເງື່ອນໄຂເຮັດໃຫ້ປະເທດເຮົາເປັນທາງຜ່ານການລັກລອບຂົນສົ່ງຢາເສບຕິດ, ປັດຈຸບັນມັນແຜ່ລາມຈາກຕົວເມືອງໃຫຍ່ ເຂົ້າສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເກີດມີອາຊະຍາກໍາຕ່າງໆ ທີ່ມີຕົ້ນເຫດມາຈາກຢາເສບຕິດເພີ່ມຂຶ້ນ. ຢາບ້າ ເຂົ້າມາໃນປະເທດລາວໃນປີ 1990, ໄວໜຸ່ມທີ່ໃຊ້ຢາເສບຕິດມີເກນອາຍຸເລີ່ມແຕ່ 15 ປີ ແລະ ສູງສຸດ 65 ປີ ແລະ ຢາເສບຕິດທີ່ນິຍົມໃຊ້ແມ່ນ ຢາບ້າ 75% ແລະ ຢາປະເພດອື່ນໆ 25% (ຢາໄອ, ເຮໂລອິນ, ສານລະເຫີຍ, ກັນຊາ, ກະທ້ອມ, ກາເຟ, ຢາສູບໄຟຟ້າ, ເຫຼົ້າ ແລະ ອື່ນໆ).

ນອກຈາກນີ້, ທາງພະນັກງານ, ຄູອາຈານ ແລະ ນັກສຶກສາຂອງວິທະຍາໄລ ຍັງໄດ້ເຊື່ອມຊຶມເອກະສານສຳຄັນ 2 ວັນປະຫວັດສາດຂອງຊາດ ກໍຄື ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຈາກການເຜີຍແຜ່ຂອງຄະນະອຳນວຍການວິທະຍາໄລດັ່ງກ່າວອີກດ້ວຍ.

ໂດຍ ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *