Skip to main content

ຊາວໜຸ່ມ ສຄຂ ຕີລາຄາວຽກງານຜ່ານມາ ພ້ອມເລືຶອກຄະນະຊຸດໃໝ່

13/12/2023

ໜ່ວຍຊາວໜຸ່ມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 6 ທັນວາ 2023 ທີ່ຫ້ອງປະຊຸມ ສວສ (ຕຶກໃໝ່) ໂດຍການເປັນປະທານຂອງສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ຮອງເລຂາຊາວໜຸ່ມຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານການເມືອງຂອງໜ່ວຍຊາວໜຸ່ມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໂດຍໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຊາວໜຸ່ມຮາກຖານ  ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງແນວຄິດ, ວຽກງານດ້ານວິຊາສະເພາະ, ວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ, ວຽກງານນໍາພາຊາວໜຸ່ມເຂົ້າສູ່ຂະບວນການດ້ານຕ່າງໆ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ວຽກງານສົ່ງເສີມວິຊາຊີບຊາວໜຸ່ມ, ວຽກງານກໍ່ສ້າງຮາກຖານການເມືອງໃນວຽກງານຊາວໜຸ່ມ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກກວດກາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ນອກຈາກນີ້, ຍັງໄດ້ຮັບຟັງກ່ຽວກັບທິດທາງແຜນການຂອງໜ່ວຍຊາວໜຸ່ມ ສຄຂ ໄລຍະແຕ່ປີ 2024-2028, ຮັບຟັງບົດສໍາຫຼວດນໍາພາລວມຂອງສູນ ແລະ ປ່ອນບັດເລືອກຕັ້ງຄະນະໜ່ວຍຊາວໜຸ່ມສູນຊຸດໃໝ່ ເພື່ອສືບຕໍ່ພັດທະນາວຽກງານຊາວໜຸ່ມພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນເລື້ອຍໆ.

ສຳລັບການປ່ອນບັດໃນຄັ້ງນີ້, ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດຄັດເລືອກ, ໃນກອງປະຊຸມປະຖົມມະເລີກ ເລືອກໄດ້ ສະຫາຍ ນາງ ການຈະນາ ວົງປັນຍາ ເປັນເລາຂາ, ສະຫາຍ ບຸນທະວີ ນະວົງສາ ເປັນຮອງ ແລະ ສະຫາຍ ສົງການ ພັນແພງດີ ເປັນປະທານກວດກາ ແລະ ເປັນຄະນະ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ