ນຳສະເໜີການຄົ້ນຄວ້າ ກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຕໍ່ເວທີພາກພື້ນອາຊີ-ປາຊີຟິກ
ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດ ທີ່ເມືອງເມວເບີນ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025 ຊຶ່ງກອງປະຊຸມໃນຄັ້ງນີ້ ໄດ້ເຊຶື້ອເຊີນນັກວິຊາການ ແລະ ວິຊາການສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ ເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມໃນພາກພື້ນ...








