ສະຫຼຸບຜົນງານແຂ່ງຂັນກິລາແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ພິທີສະຫຼຸບມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູເຝິກ ແລະ ນັກກິລາເຂົ້າຮ່ວມ.
ສໍາລັບການມອບຫຼຽນລາງວັນຄັ້ງນີ້, ປະກອບມີລາຍການແຂ່ງຂັນແລ່ນ 10.000 ແມັດຍິງ, ແລ່ນ 200 ແມັດຍິງ-ຊາຍ, ແລ່ນວິບາກ 2000 ແມັດຍິງ, ລາຍການແລ່ນວິບາກ 3000 ແມັດຊາຍ ແລະ ລາຍການແລ່ນ 4×400 ແມັດຍິງ-ຊາຍ, ຜ່ານຜົນການແຂ່ງຂັນລາຍການ 10.000 ແມັດ(ຍິງ) ຄວ້າຫຼຽນຄໍາ ໄດ້ແກ່ ນາງ ພູທະລັດ ອິນນຸດ ຈາກກະຊວງປ້ອງກັນປະເທດ, ຫຼຽນເງິນ ນາງ ກັນຖີນ ໄຊຍະບູລີ ຈາກແຂວງຈຳປາສັກ, ຫຼຽນທອງແດງ ນາງ ຍອດ ສຸລິວັນທອງ ຈາກແຂວງເຊກອງ; ລາຍການແລ່ນ 200 ແມັດຊາຍ ຄວ້າຫຼຽນຄຳ ໄດ້ແກ່ທ້າວ ສໍສີ ພົມພັກດີ ຈາກແຂວງວຽງຈັນ, ຫຼຽນເງິນ ທ້າວ ບຸນເພັດ ເທບທິດາ ຈາກແຂວງສະຫວັນນະເຂດ, ຫຼຽນທອງແດງ ທ້າວ ນາວີ ເດດວົງສາ ຈາກກະຊວງປ້ອງປະເທດ; ແລ່ນ 200 ແມັດຍິງ ຄວ້າຫຼຽນຄຳ ໄດ້ແກ່ນາງ ສີລີນາ ພະອາໄພ ຈາກແຂວງຄຳມ່ວນ, ຫຼຽນເງິນນາງ ຄອນທິບ ອິນພະຈັນ ຈາກແຂວງອຸດົມໄຊ ແລະ ຫຼຽນທອງແດງ ນາງ ປານຕາວັນ ວິລະວົງ ຈາກແຂວງວຽງຈັນ.
ລາຍການແລ່ນ ວິບາກ 2000 ແມັດຍິງ ຄວ້າຫຼຽນຄຳ ໄດ້ແກ່ນາງ ສຸກສະຫວັນ ມາລີວັນ ຈາກນະຄອນຫຼວງວຽງຈັນ, ຫຼຽນເງິນນາງ ຈິດສະໄໝ ສຸກເລືອງຄຳ ຈາກແຂວງເຊກອງ, ຫຼຽນທອງແດງ ນາງ ຂັນຄຳ ນ້ອຍມະນີ ຈາກແຂວງຄຳມ່ວນ, ແລ່ນວິບາກ 3000 ແມັດຊາຍ ຄວ້າຫຼຽນຄຳ ໄດ້ແກ່ ທ້າວ ລຳພອນ ໄຊຍະທີ ຈາກແຂວງວຽງຈັນ, ຫຼຽນເງິນ ທ້າວ ປານທອງຕິ່ງ ໄຊຍະລາດ, ຫຼຽນທອງແດງ ທ້າວ ຕຸ້ຍ ໄຊຍະແສງ ຈາກແຂວງຜົ້ງສາລີ.
ສ່ວນລາຍການແລ່ນ 4×400 ແມັດຍິງ ຄວ້າຫຼຽນຄຳແມ່ນທີມຈາກແຂວງຄຳມ່ວນ, ຫຼຽນເງິນ ແມ່ນທີມ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງແດງ ທີມແລ່ນຈາກແຂວງ ສະຫວັນນະເຂດ; ແລ່ນ 4×400 ແມັດຊາຍ ຄວ້າຫຼຽນຄຳ ແມ່ນທີມແລ່ນຈາກກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງແດງແມ່ນທີມເຈົ້າພາບນະຄອນຫຼວງວຽງຈັນ.
ຂ່າວ: ບົວລະພາ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026




