Skip to main content

ສະຫຼອງ ຄົບຮອບ 50 ປີ “ການເຊື່ອມໂຍງ ແລະ ການພັດທະນາ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ”

18/11/2025

ໃນວັນທີ 15 ພະຈິກ 2025, ການນຳຂັ້ນສູງຂອງແຂວງສາລະວັນ ນຳພາໂດຍ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ແລະ ທີມງານ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເຊື່ອມໂຍງ ແລະ ການພັດທະນາມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ແລະ ການມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ທີ່ນະຄອນດານັງ ສສ ຫວຽດນາມ.

ໃນໄລຍະຜ່ານມາ ເຖິງປັດຈຸບັນ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ໄດ້ປະກອບສ່ວນສໍາຄັນເຂົ້າໃນການບຳລຸງ ກໍ່ສ້າງຊັບພະຍາກອນມະນຸດໃຫ້ບັນດາທ້ອງຖິ່ນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍ 3 ດ້ານພື້ນຖານ ຄື: ບຳລຸງກໍ່ສ້າງຊັບພະຍາກອນມະນຸດດ້ານພາສາຫວຽດນາມ ເພື່ອເປັນພື້ນຖານໃຫ້ແກ່ ພະນັກງານ ແລະ ນັກສຶກສາທີ່ມາຮໍ່າຮຽນ ແລະ ຄົ້ນຄ້ວາຢູ່ນະຄອນດານັງ; ບຳລຸງກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງດ້ານວິຊາສະເພາະໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ; ຊ່ວຍເຫຼືອດ້ານຊັບພະຍາກອນອື່ນໆ ເພື່ອພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ, ບັນດາຜົນງານທີ່ໄດ້ປະກອບສ່ວນກ່າວມາຂ້າງເທິງນັ້ນ ຈະຍັງສືບຕໍ່ນັບມື້ນັບເສີມຂະຫຍາຍຕໍ່ກັບບັນດາແຂວງທ້ອງຖິ່ນ ໂດຍສະເພາະແຂວງສາລະວັນ ໃນອະນາຄົດ.

ໃນພິທີກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນ ທີ່ມີຜົນງານໃນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ໃນວຽກງານການສຶກສາ ມີ 2 ກົມກອງຄື: ພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ແລະ ພະແນກການຕ່າງປະເທດແຂວງສາລະວັນ; ຍ້ອງຍໍບຸກຄົນດີເດັ່ນມີ 4 ທ່ານຄື: ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວິເສດ ສຸລິຍະວົງສາ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ແລະ ທ່ານ ວໍລະເດດ ອໍພະນາໄພ ວິຊາການຂະແໜງວິທະຍາສາດ ແລະ ການສຶກສາຊັ້ນສູງ.

ພ້ອມນັ້ນໃນພິທີຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ການຍ້ອງຍໍຂັ້ນແຂວງສາລະວັນ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ສະບັບເລກທີ 1298 /ຈຂ ລົງວັນທີ 22 ກັນຍາ 2025 ໂດຍໃຫ້ກຽດມອບໃບຍ້ອງຍໍ ຂອງທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສາລະວັນ ຊຶ່ງມີ 3 ກົມກອງ ແລະ ບຸກຄົນດີເດັ່ນ 2 ທ່ານຄື: ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ, ພາກວິຊາຟິຊິກສາດ-ເຄມີສາດ ມະຫາວິທະຍາໄລສ້າງຄູ, ຫ້ອງການຄຸ້ມຄອງນັກສຶກສາ-ຫໍສະໝຸດ ມະຫາວິທະຍາໄລສ້າງຄູ; ຍ້ອງຍໍບຸກຄົນດີເດັ່ນມີ 2 ທ່ານຄື: ທ່ານ ນາງ ເຢືອງທີ້ອ່ຽນ ຮອງຫົວໜ້າຫ້ອງການແຜນການ-ການເງິນ ແລະ ທ່ານ ຮິ່ງບ້ອງ ຮອງຫົວໜ້າຄະນະພັດທະນາ.

ຫຼັງຈາກນັ້ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ກໍໄດ້ຕາງໜ້າໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ຂຶ້ນມີຄຳເຫັນຊຶ່ງທ່ານໄດ້ກ່າວວ່າ: ການສະເຫຼີມສະຫຼອງມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງຂອງພວກທ່ານ ກໍພໍດີຄົບຮອບ 50 ປີ ວັນສະຖາປານາ ສປປ ລາວ ເຊັ່ນດຽວກັນ, ຂ້າພະເຈົ້າໄດ້ຮັບຟັງການລາຍງານຜົນສຳເລັດໄລຍະ 50 ປີຜ່ານມາ ໃນການກໍ່ສ້າງ ແລະ ພັດທະນາມະຫາວິທະຍາໄລ ສ້າງຄູ ມະຫາວິທະຍາໄລດານັງ, ມີຄວາມພາກພູມໃຈທີ່ສຸດ, ທີ່ໄດ້ຮັບຮູ້ເຖິງຜົນງານ – ຜົນສໍາເລັດອັນໃຫຍ່ຫຼວງທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ ຂອງມະຫາວິທະຍາໄລ ໃນການກໍ່ສ້າງຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນການກໍ່ສ້າງຊັບພະຍາກອນມະນຸດໃຫ້ ແກ່ບັນດາແຂວງຂອງ ສປປ ລາວ, ກໍຄືການກໍ່ສ້າງຊັບພະຍາກອນມະນຸດ ຂອງແຂວງພາກກາງ ແລະ ພາກໃຕ້ ຢ່າງມີຄຸນນະພາບ ດ້ວຍພື້ນຖານໂຄງລ່າງ ທີ່ມີຄວາມພ້ອມ, ມີຄູອາຈານທີ່ມີຄວາມຮູ້-ປະສົບການສູງ ທີ່ໄດ້ສິດສອນສົ່ງຄວາມຮູ້ໃຫ້ນັກສຶກສາແຕ່ລະຮຸ່ນ, ຊຶ່ງນັກສຶກສາ ນອກຈາກຮຽນຮູ້ທາງດ້ານວິຊາສະເພາະແລ້ວ, ທາງມະຫາວິທະຍາໄລ ຍັງໄດ້ສ້າງໂອກາດໃຫ້ລູກຫຼານ ໄດ້ແລກປ່ຽນວັດທະນະທໍາ, ຮຽນຮູ້ວັດທະນະທໍາ ຂອງຊາວຫວຽດນາມ ແລະ ກິດຈະກຳອື່ນໆນຳອີກ.

ພາບ-ຂ່າວ : ແຫຼັງຄຳ ບຸດນາໂຄກ ສຶກສາ – ກິລາ ສາລະວັນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ