Skip to main content

ທັບນັກກິລາລົດຖີບເຈົ້າພາບ ປະເດີມສະໜາມ ງານກິລາແຫ່ງຊາດ ຄັ້ງທີ 12 ກວາດ 4 ຫຼຽນຄຳ

18/11/2025

ທັບນັກກິລາລົດຖີບ ເຈົ້າພາບ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບ ນະຄອນຫຼວງວຽງຈັນ ປະເດີມສະໜາມກວາດ 4 ຫຼຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກັວກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ.

ການແຂ່ງຂັນກິລາລົດຖີບ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 17-20 ພະຈິກ 2025 ມີການຊີງໄຊທັງໝົດ 9 ຫຼຽນຄຳ ແລະ ວານນີ້ (17 ພະຈິກ) ກໍມີການຊີງໄຊ 4 ຫຼຽນຄຳ ຈາກປະເພດໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ-ຍິງ ປະເພດລົດກັວກ ແລະ ລົດວິບາກ, ໃນນັ້ນ ມີຊີງໄຊ 3 ລາຍການຊາຍ ແລະ 1 ລາຍການຍິງ ຜ່ານການແຂ່ງຂັນຜົນປະກົດວ່າ:

ໄຄຣທິລຽມ ຈັບເວລາບຸກຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົດວິບາກ ມີນັກກິລາເຂົ້າຮ່ວມ 12 ຄົນ ຈາກ 5 ແຂວງ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນເຂົ້າຮ່ວມ ສຳລັບ ຫຼຽນຄຳ ເປັນຂອງ ທ້າວ ຖາວອນ ພົນອາສາ ຈາກນະຄອນຫຼວງວຽງຈັນ, ຫຼຽນເງິນ ເປັນຂອງທ້າວ ອານັນໄຊ ມີລາກົງ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ເປັນຂອງທ້າວ ອະພິຊາດ ສຸດທະວິໄລ ຈາກແຂວງບໍ່ແກ້ວ.

ສຳລັບ ລາຍການ ໄຄຣທິລຽມ ຈັບເວລາບຸກຄົນຊາຍ ໄລຍະ 30 ກິໂລແມັດ ປະເພດລົດກັວກ ມີນັກກິລາເຂົ້າຮ່ວມ 14 ຄົນ ຈາກ 6 ແຂວງ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນເຂົ້າຮ່ວມ ຫຼຽນຄຳ ເປັນຂອງທ້າວ ບຸນປະເສີດ ຈັນທະພາລີ ນະຄອນຫຼວງວຽງຈັນ, ຫຼຽນເງິນເປັນຂອງທ້າວ ສົມພະໄທ ອິນມາລາ ຈາກແຂວງວຽງຈັນ ແລະ ຫຼຽນທອງເປັນຂອງທ້າວ ເທບພະວົງ ພັນທະວົງ ຈາກແຂວງຄຳມ່ວນ.

ສ່ວນລາຍການ ໄຄຣທິລຽມ ຈັບເວລາບຸກຄົນຊາຍ ໄລຍະ 44 ກິໂລແມັດ ປະເພດລົດກັວກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນເຂົ້າຮ່ວມ ຫຼຽນຄຳ ເປັນຂອງທ້າວ ອາລິຍາ ພູນສະຫວັດ ນະຄອນຫຼວງວຽງຈັນ, ຫຼຽນເງິນ ເປັນຂອງທ້າວ ພຸດທະສອນ ອິນທະມິດ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ເປັນຂອງທ້າວ ເທບພະສິດ ພົມສຸວັນ ຈາກແຂວງອຸດົມໄຊ.

ຂະນະທີ່ ລາຍການ ໄຄຣທິລຽມ ຈັບເວລາບຸກຄົນຍິງ ໄລຍະ 25 ກິໂລແມັດ ປະເພດລົດກັວກ ມີນັກກິລາເຂົ້າຮ່ວມ 9 ຄົນ ຈາກ 4 ແຂວງ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນເຂົ້າຮ່ວມ ຫຼຽນຄຳ ເປັນຂອງນາງ ຕຸກຕາ ອິນທະວົງ ນະຄອນຫຼວງວຽງຈັນ, ຫຼຽນເງິນ ເປັນຂອງນາງ ໂບຕັນ ວິໄຊ ຈາກແຂວງຄຳມ່ວນ ແລະ ຫຼຽນທອງ ເປັນຂອງນາງ ຈັນທະໜອມ ໄຊຍະຈັກ ຈາກແຂວງຄຳມ່ວນ.

ພາບ ແລະ ຂ່າວ ໂດຍ: ສົງການ ພັນແພງດີ