ອອກເດີນທາງແລ້ວ ທັບນັກກິລາລາວ ຮ່ວມງານກິລານັກຮຽນອາຊຽນ ຄັ້ງທີ 14 ທີ່ບຣູໄນ
18/11/2025

ໃນຕອນເຊົ້າວັນທີ 18 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ນັກຮຽນລາວ ຈຳນວນ 37 ທ່ານ ນຳໂດຍ ທ່ານ ຫຼອດສະຖິດ ສຸກຂະຜົນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກເດີນທາງເປັນທີ່ຮຽບຮ້ອຍ ເພື່ອເຂົ້າຮ່ວມແຂ່ງຂັນງານກິລານັກຮຽນອາຊຽນ ຄັ້ງທີ 14 ລະຫວ່າງວັນທີ 20-28 ພະຈິກ 2025 ທີ່ປະເທດບຣູໄນ ດາລູຊາລາມ. ແນວໃດກໍຕາມ ຍັງມີຄະນະນຳ ອີກຈຳນວນໜຶ່ງ ແມ່ນຈະອອກເດີນທາງໃນມື້ອື່ນ (19 ພະຈິກ 2025) ເພື່ອເຂົ້າຮ່ວມພິທີເປີດໃນຕອນແລງວັນທີ 20 ພະຈິກ 2025
ສຳລັບ ສປປ ລາວ ແມ່ນສົ່ງ 4 ປະເພດກິລາເຂົ້າຮ່ວມແຂ່ງຂັນ ປະກອບດ້ວຍ ກິລາແລ່ນ-ລານ, ປັນຈັກສີລັດ, ດອກປີກໄກ່ ແລະ ກິລາກະຕໍ້ ຊຶ່ງລວມມີຄະນະນຳ, ກອງເລຂາ, ຄູຝຶກ ແລະ ນັກກິລາ ທັງໝົດ 42 ທ່ານ ໂດຍຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.
ຂ່າວ-ພາບ : ຫຼ້າ ສາຍນ້ຳພຽງ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



