ການນຳແຂວງຈຳປາສັກ ໂອ້ລົມ ແລະ ໃຫ້ກຳລັງໃຈນັກກິລາ ຊຸດເຂົ້າຮ່ວມ ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ຢູ່ນະຄອນຫຼວງວຽງຈັນ
ໃນວັນທີ 10 ທັນວາ 2025 ຢູ່ບໍລິເວນເດີ່ນບ້ານພັກຊີເກມ ມະຫາວິທະຍາໄລແຫ່ງຊາດ, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ພ້ອມດ້ວຍຄະນະການນໍາແຂວງ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານ ປອ ພູວົງ ອະໄພ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ລາຍງານວ່າ: ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ...








