ງານກິລາຄົນພິການແຫ່ງຊາດ ຄັ້ງທີ lV ຊີງໄຊທັງໝົດ 172 ຫຼຽນຄຳ ຈາກ 9 ປະເພດກິລາ

ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ພ້ອມກຳນົດໃຫ້ມີການຊີງໄຊເຖິງ 516 ຫຼຽນ, ໃນນັ້ນ ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ ຈາກ 9 ປະເພດກິລາ.
ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ທົ່ວປະເທດ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຈັດຂຶ້ນ ໃນວັນທີ 8 ທັນວາ 2025 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳກຳມະການເຕັກນິກ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ພ້ອມບັນດາຫົວໜ້າ-ຮອງຫົວໜ້າກົມ ບັນດາຄະນະກໍາມະການຝ່າຍຕ່າງໆ, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ/ແຂວງ, ຫົວໜ້າຄະນະນັກກິລາບັນດາພາກສ່ວນ ແລະ ຕາງໜ້າສະຫະພັນກີລາຄົນພິການແຫ່ງຊາດລາວ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ໄດ້ມີແລກປ່ຽນຄວາມຄິດເຫັນ ຕໍ່ເນື້ອໃນວຽກງານຕ່າງໆ ໂດຍສະເພາະພື້ນຖານໂຄງລ່າງສະໜາມຈັດການແຂ່ງຂັນ ໄດ້ນຳໃຊ້ສະໜາມແຂ່ງຂັນກິລາ ທີ່ສຳເລັດການຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງທີ XII ໃນເດືອນພະຈິກ 2025 ທີ່ຜ່ານມາ. ການຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ກໍານົດເອົາ 9 ປະເພດກິລາ ຄື: ຍົກນໍ້າໜັກຄົນພິການ, ລອຍນໍ້າຄົນພິການ, ແລ່ນ-ລານຄົນພິການ, ໂກນບານຄົນພິການ, ບານບ້ວງລໍ້ເລື່ອນຄົນພິການ, ບານເຕະຄົນພິການຕາ 5 ຄົນ, ບ໊ອດເຊຍຄົນພິການ, ດອກປີກໄກ່ຄົນພິການ, ຟັນດາບຄົນພິການ ແລະ ມີລະດັບຄວາມເປັນພິການ ທີ່ແຕກຕ່າງກັນ ຊຶ່ງມີການຊີງໄຊຫຼຽນຄຳ 172 ຫຼຽນ, ຫຼຽນເງິນ 172 ຫຼຽນ, ຫຼຽນທອງ 172 ຫຼຽນ ງານດັ່ງກ່າວ ຈະເລີ່ມແຂ່ງຂັນ ໃນວັນທີ 14-19 ທັນວາ 2025.
ນະຄອນຫຼວງວຽງຈັນ ພາຣາເກມ 2025 ໄດ້ກຳນົດເອົາສະໜາມກິລາໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) ແຂ່ງຂັນມີ 6 ສະໜາມ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່ ສ່ວນກິລາລອຍນໍ້າ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
ໃນກອງປະຊຸມ, ບັນດາຜູ້ຕາງໜ້າແຕ່ລະກຳມະການຍັງໄດ້ລາຍງານຄວາມຄືບໜ້າ ແລະ ຂໍ້ຄົງຄ້າງຂອງຕົນ. ຕອນທ້າຍກອງປະຊຸມ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ມີຄຳເຫັນເຈາະຈີ້ມ ແລະ ເນັ້ນໜັກຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກຳມະການຝ່າຍຕ່າງໆ ໃນການຫ້າງຫາກະກຽມ ຈົນເຮັດໃຫ້ມີຄວາມຄືບໜ້າເກືອບຈະຮອບດ້ານແລ້ວ ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄ້າງຄາໃຫ້ລຸລ່ວງໂດຍໄວ ເພື່ອໃຫ້ທ່ວງທັນກັບວັນເວລາທີ່ໄດ້ກຳນົດໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ

