Skip to main content

Author: Mitlandone Thepninhom

ເປີດນໍາໃຊ້ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

ຫ້ອງວ່າການສູນກາງພັກ ປປ ລາວ ຮ່ວມກັບ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ເປີດນໍາໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ທັນວາ 2025 ທີ່ບ້ານດ່ານຊ້າງ ເມືອໄຊທານີ ນະຄອນຫລວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງພັກ-ລັດຂອງສອງປະເທດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ລາຍງານໃຫ້ຮູ້ວ່າ:...

Continue reading

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ວັນທີ 1 ທັນວາ 2024, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ກ່າວຕ້ອນຮັບ ແລະ ລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ຊຶ່ງເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ລາວ-ຫວຽດນາມ. ສມປຊ ມີຕົ້ນກຳເນີດມາຈາກ “ໂຮງຮຽນສາມັກຄີ”...

Continue reading

ສູນຄະນິດຄິດໄວ ສະມາດແມ໊ດ ສຳເລັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII

ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII ເມື່ອວັນທີ 30 ພະຈິກ 2025 ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນ ຣັຕະນະ ບໍລິຫານທຸລະກິດ, ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຜູ້ອໍານວຍການ ສູນຄະນິດຄິດໄວ ສະມາດແມ໊ດ, ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ. ສໍາລັບການແຂ່ງຂັນໃນຄັ້ງນີ້,...

Continue reading

ແຂວງອັດຕະປື ຮ່ວມຮັບຊົມການຖ່າຍທອດສົດພິທີສວນສະໜາມ ສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າຂອງວັນທີ 2 ທັນວາ 2025, ແຂວງອັດຕະປື ໄດ້ຈັດພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ ປີ 2025) ຈາກນະຄອນຫຼວງວຽງຈັນ ຜ່ານສັນຍານພາບ ມາຍັງຫໍປະຊຸມໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມໃນພິທີຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດຂອງແຂວງ, ພະນັກງານອາວຸໂສບໍານານ ອະດີດການນໍາຂອງແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ປັນຍາຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ ແລະ...

Continue reading

ປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງຈຳປາສັກ, ພະນັກງານອາວຸໂສບໍານານ​ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະ​ລັດ​ ປະຊາທິປະໄຕ​ປະຊາຊົນລາວ​ (ສປປ ລາວ)​ ຄົບຮອບ 50 ປີ (2/12/1975 – 2/12/2025), ແຂວງຈໍາປາສັກ​ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງ, ພະນັກງານອາວຸໂສບໍານານ,​ ວິລະຊົນ​ແຫ່ງຊາດ,​ ນັກພັດທະນາ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນໃນພາລະກິດປົກປັກຮັກສາ ແລະ​ ສ້າງສາ​ພັດທະນາ​ປະເທດຊາດ​ ໃນໄລຍະ​ 50​ ຜ່ານມາ ໃນວັນທີ 2 ທັນວາ 2025 ຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ອາລຸນໄຊ​ ສູນນະລາດ​ ກຳມະການສູນກາງພັກ, ເລຂາຄະນະ​ບໍລິຫານ​ງານ​ພພັກແຂວງ, ມີຮອງເລຂາຄະນະບໍລິຫານງານພັກແຂວງ,​ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນຳແຂວງ, ເລຂາຄະນະ​ບໍລິຫານ​ງານພັກ​ 9​ ເມືອງ,​ 1...

Continue reading

ການນຳພັກ-ລັດວາງພວງມາລາ ແລະ ກະຕ່າດອກໄມ້ໂອກາດວັນຊາດ ຄົບຮອບ 50 ປີ

ໃນວັນທີ 1 ທັນວາ 2025 ນີ້, ການນຳພັກ-ລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິຕະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02.12.1975-02.12.2025). ການວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງ ບັນພະບູລຸດລາວກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີ ວິດ,...

Continue reading

ໃຕ້ຮົ່ມທຸງໄຊຂອງພັກ ສະຖາບັນລາວ-ອາເມລິກາ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ທ່ານ ວົງສະທິດ ສຸວໍລະວົງ ຜູ້ອຳນວຍການ ສະຖາບັນລາວ-ອາເມລິກາ ໃຫ້ທັດສະນະວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຕະຫຼອດໄລຍະ 50 ປີ ຜ່ານມາ ສະຖາບັນລາວ-ອາເມລິກາ ຂອງພວກເຮົາມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆ ເວົ້າລວມ, ເວົ້າສະເພາະແມ່ນໃນໄລຍະ 30 ປີ ທີ່ສ້າງຕັ້ງສະຖາບັນ ແມ່ນໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດຂອງຊາດ...

Continue reading

ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026 ໃນລະຫວ່າງວັນທີ 1-2 ທັນວາ 2025, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ...

Continue reading