Skip to main content

ໃຕ້ຮົ່ມທຸງໄຊຂອງພັກ ສະຖາບັນລາວ-ອາເມລິກາ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

02/12/2025
ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ທ່ານ ວົງສະທິດ ສຸວໍລະວົງ ຜູ້ອຳນວຍການ ສະຖາບັນລາວ-ອາເມລິກາ ໃຫ້ທັດສະນະວ່າ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ຕະຫຼອດໄລຍະ 50 ປີ ຜ່ານມາ ສະຖາບັນລາວ-ອາເມລິກາ ຂອງພວກເຮົາມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆ ເວົ້າລວມ, ເວົ້າສະເພາະແມ່ນໃນໄລຍະ 30 ປີ ທີ່ສ້າງຕັ້ງສະຖາບັນ ແມ່ນໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການພັດທະນາຊັບພະຍາກອນມະນຸດຂອງຊາດ ສາມາດສ້າງວຽກເຮັດງານທຳໄດ້ຢ່າງໝັ້ນຄົງ ແລະ ປະກອບທຸລະກິດເປັນຂອງຕົນເອງ.
ທ່ານ ວົງສະທິດ ສຸວໍລະວົງ ຜູ້ອຳນວຍການ ສະຖາບັນລາວ-ອາເມລິກາ ໃຫ້ສຳພາດໃນວັນທີ 28 ພະຈິກ 2025 ໃຫ້ຮູ້ວ່າ: ສະຖາບັນລາວ-ອາເມລິກາ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1993 ພາຍໃຕ້ຊື່ສູນພາສາອັງກິດລາວ-ອາເມລິກາ ໂດຍມີເປົ້າໝາຍເພື່ອຝຶກອົບຮົມທາງດ້ານພາສາອັງກິດໃຫ້ແກ່ພະນັກງານ-ລັດຖະກອນຈາກຫຼາຍກະຊວງ ຈົນມາຮອດປີ 1997 ໄດ້ຍົກລະດັບຂຶ້ນມາເປັນວິທະຍາໄລລາວ-ອາເມລິກາ ແລະ ກໍເປັນວິທະຍາໄລອັນດັບຕົ້ນໆຂອງປະເທດລາວ ໃນການກໍ່ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ລວມເຖິງການຮ່ວມມືກັບສາກົນ ສາມາດເວົ້າໄດ້ວ່າສະໄໝນັ້ນ ມີນັກສຶກສາແລກປ່ຽນຈຳນວນຫຼາຍ ໂດຍສະເພາະນັກສຶກສາຕ່າງຊາດ ທີ່ມາຈາກຫຼາຍທະວີບ ເປັນຕົ້ນໃນອາຊຽນ ແລະ ອາຊີ ໂດຍນັກສຶກສາທີ່ຮຽນຈົບຈາກວິທະຍາໄລຂອງພວກເຮົາກໍສາມາດສ້າງອາຊີບມີວຽກເຮັດງານທຳໄດ້ຢ່າງໝັ້ນຄົງ ສາມາດຕອບໂຈດຕະຫຼາດແຮງງານໃນແຕ່ລະໄລຍະໄດ້ເປັນຢ່າງດີ ແລະ ນັກສຶກສາສາມາດໄປເຮັດວຽກກັບອົງກອນໃຫຍ່ໆ ຫຼື ສາມາດສ້າງທຸລະກິດຂອງຕົນເອງໄດ້ດີ. ມາຮອດປັດຈຸບັນ ໄດ້ຍົກສະຖານະຈາກວິທະຍາໄລຂຶ້ນມາເປັນສະຖາບັນລາວ-ອາເມລິກາ ຢ່າງເປັນທາງການ ແລະ ສະຖາບັນຂອງພວກເຮົາກໍຍັງໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດເປັນວົງກວ້າງ. ແນວໃດກໍດີ, ນອກຈາກການຈັດຕັ້ງປະຕິບັດການຮຽນການສອນ ທາງສະຖາບັນພວກເຮົາກໍຍັງມີການເຄື່ອນໄຫວທາງດ້ານສັງຄົມ ໂດຍສະເພາະແມ່ນໄດ້ມີການຈັດຕັ້ງປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຊຶ່ງມີການເຂົ້າຮ່ວມແຂ່ງຂັນກິລາລະດັບຊາດ ກໍຄື ງານກິລາມະຫາວິທະຍາໄລລາວ ລວມທັງການໃຫ້ທຶນສະໜັບສະໜູນຮຽນຟຣີໃຫ້ແກ່ກິລາທີ່ມີຜົນງານປະເພດຕ່າງໆອີກດ້ວຍ.
ທ່ານ ວົງສະທິດ ສຸວໍລະວົງ ໃຫ້ຮູ້ອີກວ່າ: ແນ່ນອນໃນເລື່ອງການພັດທະນາວຽກງານການສຶກສາ-ກິລາ ແລະ ເສດຖະກິດ-ສັງຄົມ, ທາງສະຖາບັນລາວ-ອາເມລິກາ ຍັງໄດ້ເອົາໃຈໃສ່ໃນການສ້າງສາພັດທະນາໂດຍສະເພາະນັກສຶກສາທີ່ມີຄຸນະພາບ ເພື່ອອອກຮັບໃຊ້ສັງຄົມ ລວມເຖິງການຮ່ວມມືກັບບັນດາບໍລິສັດຫ້າງຮ້ານຍັກໃຫຍ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ມີສ່ວນຮ່ວມໃນການຮຽນການສອນເຮັດໃຫ້ນັກສຶກສາທີ່ກຳລັງຮຽນ ຫຼື ຮຽນຈົບໄປແລ້ວໃຫ້ມີສິ່ງຮັບປະກັນ ແລະ ໃຫ້ມີໂອກາດສູງສຸດໃນການເຮັດວຽກງານທຳທີ່ດີ ເພື່ອສ້າງໂອກາດຕະຫຼາດແຮງງານໃຫ້ແກ່ສັງຄົມບ້ານເຮົາ. ຄຽງຄູ່ກັນນັ້ນ, ໃນທຸກໆປີ ພວກເຮົາຍັງສ້າງໂອກາດໃຫ້ທຶນຊ່ວຍເຫຼືອ ແລະ ອຸປະກອນການສຶກສາໃຫ້ແກ່ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ຊຶ່ງໄດ້ເຮັດທຸກໆປີ, ປີລະໜຶ່ງແຂວງ ແລະ ພິເສດ ພາຍໃນປີໜຶ່ງ 3 ຄັ້ງ ພວກເຮົາໄດ້ລົງເຮັດກິດຈະກຳກັບບັນດາໂຮງຮຽນສາມັນສຶກສາທັງພາຍໃນ ແລະ ຕ່າງແຂວງ ໃນການປຸກລະດົມ ແລະ ເຊີນຊວນໃນຫົວຂໍ້ຕ່າງໆ ຄື ສິ່ງແວດລ້ອມ, ສິດທິມະນຸດ ແລະ ການຊ່ວຍເຫຼືອສັງຄົມ.
ໂອກາດນີ້, ທ່ານຜູ້ອຳນວຍການ ສະຖາບັນລາວ-ອາເມລິກາ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳສະຖາບັນລາວ-ອາເມລິກາ ສະແດງຄວາມຮູ້ບຸນຄຸນຕໍ່ການນໍາ ແລະ ອະດີດການນຳຂອງພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ເປັນຄັນທຸງນໍາພາປະຊາຊົນລາວບັນດາເຜົ່າ ຍາດເອົາເອກະລາດ ເມື່ອເວົ້າເຖິງອະດີດການນໍາຊາດເຮົາ ແຕ່ລະຍຸກລ້ວນແລ້ວແຕ່ມີຜູ້ນຳທີ່ແສນຮັກ ມີທັງຄວາມຮູ້ ປີຊາສາມາດ ເປັນຜູ້ນໍາໜ້າ ນໍາພາປະເທດຊາດ ໜຶ່ງໃນນີ້ກໍຄື ປະທານໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ມີຄວາມປີຊາສາມາດ, ເປັນບຸລຸດ ທີ່ຍິ່ງໃຫຍ່ ທີ່ນໍາພາປົດປ່ອຍຊາດລາວອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນ, ຜົນງານຂອງເພິ່ນຍິ່ງໃຫຍ່ ຈົນຫາສິ່ງປຽບບໍ່ໄດ້, ດັ່ງນັ້ນພວກເຮົາຈົ່ງພ້ອມກັນຮໍ່າຮຽນເອົາບົດຮຽນຂອງເພິ່ນ ແລະ ທຸ້ມເທທຸກເຫື່ອແຮງສະຕິປັນຍາຂອງຕົນເອງ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ດ້ວຍຄວາມຈົ່ງຮັກພັກດີ ຕະຫຼອດໄປ, ຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ມີພະລານາໄມທີ່ສົມບູນ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ນໍາພາປະເທດຊາດ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ພະນັກງານ-ນັກຮົບທຸກທົ່ວໜ້າ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ມີແຕ່ຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍທຸກປະການ ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ