Skip to main content

ປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງຈຳປາສັກ, ພະນັກງານອາວຸໂສບໍານານ​ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນ

03/12/2025
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະ​ລັດ​ ປະຊາທິປະໄຕ​ປະຊາຊົນລາວ​ (ສປປ ລາວ)​ ຄົບຮອບ 50 ປີ (2/12/1975 – 2/12/2025), ແຂວງຈໍາປາສັກ​ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ໃຫ້ການນຳແຂວງ, ພະນັກງານອາວຸໂສບໍານານ,​ ວິລະຊົນ​ແຫ່ງຊາດ,​ ນັກພັດທະນາ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການ ທີ່ມີຜົນງານດີເດັ່ນໃນພາລະກິດປົກປັກຮັກສາ ແລະ​ ສ້າງສາ​ພັດທະນາ​ປະເທດຊາດ​ ໃນໄລຍະ​ 50​ ຜ່ານມາ ໃນວັນທີ 2 ທັນວາ 2025 ຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ອາລຸນໄຊ​ ສູນນະລາດ​ ກຳມະການສູນກາງພັກ, ເລຂາຄະນະ​ບໍລິຫານ​ງານ​ພພັກແຂວງ, ມີຮອງເລຂາຄະນະບໍລິຫານງານພັກແຂວງ,​ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນຳແຂວງ, ເລຂາຄະນະ​ບໍລິຫານ​ງານພັກ​ 9​ ເມືອງ,​ 1 ນະຄອນ​; ການນໍາຖັນແຖວກຳລັງປະກອບອາວຸດ,​ ນັກທຸລະກິດ,​ ຜູ້​ປະກອບ​ການ​ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ໃນພິທີ,​ ສະຫາຍ ແສງ​ອາທິດ​ ຂັນ​ດາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ​ ເລກທີ​ 317/ປປທ, ລົງ​ວັນທີ​ 1 ທັນວາ​ 2025​ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ​ລາວ ຄົບຮອບ​ 50​ ປີ​ (2/12/1975 -​ 2/12​/2025)​ ໃຫ້ແກ່ພະນັກງານ – ລັດຖະກອນ ທັງປະຈຳການ ແລະ ພະນັກງານບໍານານ, ນັກທຸລະກິດ​ -​ ຜູ້ປະກອບການ ພາຍໃນແຂວງ​ຈຳປາ​ສັກ​ ລວມທັງໝົດ​ 18.377 ທ່ານ,​ ຍິງ​ 4.826 ທ່ານ,​ ໃນນັ້ນ​ ພະນັກງານ​ – ລັດຖະກອນ ປະຈໍາ​ການ​ ຈໍານວນ​ 8.920 ທ່ານ,​ ຍິງ​ 2.877 ທ່ານ,​ ພະນັກງານ​ -​ ລັດຖະກອນ​ ບໍາ​ນານ​ຈໍານວນ​ 2.807 ທ່ານ,​ ຍິງ​ 948 ທ່ານ,​ ນັກທຸລະກິດ​ -​ ຜູ້ປະກອບການ​ ຈໍານວນ 6.650 ທ່ານ,​ ຍິງ​ 1.001 ທ່ານ ທີ່ມີຜົນງານ,​ ຄຸນງາມຄວາມດິພົ້ນເດັ່ນ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄລຍະ 50 ປີຜ່ານມາ.​ ພ້ອມນີ້,​ ຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດ​ ເລກທີ​ 312/ປປທ, ລົງ​ວັນທີ​ 28 ກໍລະກົດ​ 2025​ ວ່າດ້ວຍການປະດັບຫຼຽນໄຊພັດທະນາ ຊັ້ນ​ I ໃຫ້ແກ່​ທ່ານ​ ອາທິບ ໄພຈິດ ຮອງປະທານ​ບໍລິສັດ​ ພີເອັນພີ ກໍ່ສ້າງຂົວ​ -​ ທາງ​ ຈຳກັດ​ ທີ່ມີຜົນງານດີເດັ່ນ ປະກອບສ່ວນທຶນຮອນ ເຂົ້າໃນການກໍ່ສ້າງຂົວເບຕົງເສີມເຫຼັກ ຄວາມຍາວ 25 ແມັດ, ກວ້າງ 8 ແມັດ ແລະ ເສັ້ນທາງເຊື່ອມຕໍ່ຫາບ້ານແຊງ ເມືອງປະທຸມພອນ ແຂວງຈໍາປາສັກ ລວມມູນຄ່າ 8​ ຕື້​ 499 ລ້ານກວ່າກີບ,​ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດ.​ ນອກນີ້​ ຍັງໄດ້​ມອບຫຼຽນກາລະນຶກ 50 ປີ​ໃຫ້ແກ່ວິລະຊົນແຫ່ງຊາດຕື່ມອີກ 2 ທ່ານ.​ ໃນພິທີ​ຍັງໄດ້ຜ່ານຂໍ້ຕົກລົງ
ຂອງກະຊວງປ້ອງກັນປະເທດ​ເລກທີ 6535/ກປທ, ລົງວັນທີ 25/10/2025​ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ​ ຊັ້ນ​ II ຫ້ແກ່ການນໍາແຂວງຈໍາປາສັກ ແລະ​ ຫຼຽນໄຊພິລະອາດຫານ​ ຊັ້ນ​ III​ ໃຫ້ແກ່​ເລຂາຄະນະ​ບໍລິຫານ​ງານ​ພັກ​ເມືອງ​ 9​ ເມືອງ,​ 1 ນະຄອນ​ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີຜ່ານມາ.​ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຕໍ່ມາ,​ ກໍໄດ້ປະດັບຫຼຽນກາລະນຶກ​ 50​ ປີ​ ໃຫ້ແຫ່ ສະຫາຍ ປະລິນຍາເອກ​ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ຈໍາປາສັກ,​ ໃຫ້ກຽດ​ປະດັບຫຼຽນໂດຍ ສະຫາຍ​ ສາຍທອງ​ ໄຊຍະວົງ​ ປະທາຍສະພາປະຊາ​ຊົນແຂວງ.​ ຈາກນັ້ນ​ ກໍໄດ້ປະດັບຫຼຽນໃຫ້ແກ່ພະນັກງານ – ລັດຖະກອນ ທັງປະຈຳການ ແລະ ພະນັກງານບໍານານ, ນັກທຸລະກິດ​ -​ ຜູ້ປະກອບການ ພາຍໃນແຂວງ​ຈຳປາ​ສັກ.​ ໃຫ້ກຽດປະດັບຫຼຽນໂດຍ​ ສະຫາຍ ປະລິນຍາເອກ​ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຈໍາປາສັກ​ ໂດຍແມ່ນພະນັກງານການນໍາ ແລະ ອະດີດການນໍາແຂວງ,​ ເລຂາຄະນະ​ບໍລິຫານ​ພັກເມືອງ,​ ນະຄອນ​ປາກເຊ,​ ນັກພັດທະນາ ແລະ​ ນັກທຸລະກິດ​ -​ ຜູ້ປະກອບການຈໍານວນໜຶ່ງຂື້ນຮັບການປະດັບຫຼຽນຢ່າງສົມກຽດ.
ທັງນີ້,​ ກໍເພື່ອຫວນຄືນເຖິງມູນເຊື້ອວັນມະຫາໄຊຊະນະແຫ່ງການປະຕິວັດຊາດ ປະຊາທິປະໄຕ ທັງລະນຶກເຖິງຜົນງານ,​ ບຸນຄຸນຄວາມດີ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງ ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ​ – ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດ​ຊີວິດ​ -​ ເລືອດ​ເນື້ອ​ ໃຫ້ແກ່ພາລະກິດ ຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ສາມາດຍາດໄດ້ເອກະລາດແຫ່ງຊາດ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະຖາປະນາ ສປປ​ ລາວ ໃນວັນທີ 2 ທັນວາ ປີ 1975.
ພາບ-ຂ່າວ: ທູນທອງໃຈ​

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ