Skip to main content

ສູນຄະນິດຄິດໄວ ສະມາດແມ໊ດ ສຳເລັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII

03/12/2025
ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VIII ເມື່ອວັນທີ 30 ພະຈິກ 2025 ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນ ຣັຕະນະ ບໍລິຫານທຸລະກິດ, ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຜູ້ອໍານວຍການ ສູນຄະນິດຄິດໄວ ສະມາດແມ໊ດ, ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ.
ສໍາລັບການແຂ່ງຂັນໃນຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນຈາກທົ່ວປະເທດ 157 ຄົນ, ແບ່ງເປັນ 3 ລະດັບ ຄື: ລະດັບ A ມີອາຍຸ 5-7 ປີ, ລະດັບ B ມີອາຍຸ 7 ປີປາຍ-9 ປີ ແລະ ລະດັບ C ມີອາຍຸ 9 ປີປາຍ-15 ປີ, ຊຶ່ງທຸກລະດັບການແຂ່ງຂັນເຮັດຂໍ້ສອບທັງ 2 ປະເພດຄື: ຂໍ້ສອບຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 100 ຂໍ້, ໃຊ້ເວລາ 15 ນາທີ, ສໍາລັບລະດັບ A ສ່ວນລະດັບ B ແລະ C ແມ່ນໃຊ້ເວລາ 10 ນາທີ ແລະ ທຸກລະດັບແມ່ນບອກຄໍາປາກເປົ່າຕາມໂຈດບວກ ແລະ ລົບມີ 4 ຊັ້ນ 2 ຫຼັກ 50 ຂໍ້ ແລ້ວຄັດເອົາຜູ້ທີ່ມີຄະແນນສູງສຸດ 1-3 ຄື: ຜູ້ຊະນະເລີດທີ 1 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 6 ເດືອນ ເປັນມູນຄ່າ 3.000.000 ກີບ, ທີ 2 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 3 ເດືອນ ເປັນມູນຄ່າ 1.500.000 ກີບ ແລະ ທີ 3 ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 1 ເດືອນ ເປັນມູນຄ່າ 500.000 ກີບ. ສໍາລັບຜູ້ໄດ້ທີ 1 ຫາ ທີ 3 ຈະໄດ້ຮັບທຶນຮຽນບໍ່ໄດ້ເສຍຄ່າຮຽນ 1 ເດືອນຂອງເຮືອນຮຽນຮູ້ຮ່ວມສໍາລັບເດັກດອນໜູນອີກດ້ວຍ ລວມລາງວັນທັງໝົດ 25 ລ້ານກີບ ແລະ ຜູ້ເຂົ້າແຂ່ງຂັນທຸກຄົນແມ່ນໄດ້ຮັບຫຼຽນລາງວັນຊົມເຊີຍ ຂອງທີ່ລະນຶກຈາກທະນາຄານການຄ້າ ແລະ ບັດເຕີມເງິນຈາກ ລາວໂທລະຄົມ ກັບ T-Plus.
ຜົນການແຂ່ງຂັນຂອງລະດັບ A ຊະນະເລີດທີ 1 ແມ່ນ ນາງ ໂສມທິດາ ຜາຟອງ ໄດ້ 147 ຄະແນນ ໃນຄະແນນທັງໝົດ 150 ຄະແນນ, ອັນດັບ 2 ແມ່ນ ນາງ ອາລິສາ ພົມມາຈັນ ໄດ້ 145 ຄະແນນ ແລະ ອັນດັບທີ 3 ແມ່ນ ທ້າວ ສີລິໄລ ດວງສະຫວັນ ໄດ້ 138 ຄະແນນ; ລະດັບ B ຊະນະເລີດທີ 1 ແມ່ນ ນາງ ພິມພາ ແກ້ວດວງດີ ໄດ້ 148 ຄະແນນ, ອັນດັບທີ 2 ແມ່ນ ນາງ ຫອມສະເໜ່ ສີຫາລາດ ໄດ້ 146 ຄະແນນ, ອັນດັບທີ 3 ແມ່ນ ນາງ ທິບທິດາພອນ ແກ້ວມາ ໄດ້ 146 ຄະແນນ; ລະດັບ C ຊະນະເລີດທີ 1 ແມ່ນ ທ້າວ ໂຊກນໍາເຮັງ ສີໃສແກ້ວ ໄດ້ 149 ຄະແນນ, ອັນດັບທີ 2 ແມ່ນ ທ້າວ ສຸຣິຍະເດດ ແສງສຸຣິຍະ ໄດ້ 147 ຄະແນນ ແລະ ອັນດັບທີ 3 ແມ່ນ ນາງ ມິ່ງຂວັນ ຄໍາດາລານິກອນ ໄດ້ 147 ຄະແນນ.
ສູນຄະນິດຄິດໄວ ສະມາດແມ໊ດ ມີ 2 ຫຼັກສູດ ຄື: Happy Math ເປັນຫຼັກສູດທີ່ເປັນຄະນິດສາດແທ້ໆ ທີ່ຮຽນກັນຕາມໂຮງຮຽນທົ່ວໄປ, ຊຶ່ງເປັນຫຼັກສູດທີ່ອອກແບບມາເພື່ອໃຫ້ນ້ອງໆ ຝຶກເຮັດໄດ້ດ້ວຍຕົນເອງ ທຸກຮູບແບບຂອງການແກ້ໂຈດທາງຄະນິດສາດ ເພື່ອຄວາມເປັນເລີດທາງຄະນິດສາດ, ຊຶ່ງເໝາະສຳລັບນ້ອງໆທີ່ຕຽມຕົວສອບເສັງແຂ່ງຂັນ ນັກຮຽນເກັ່ງວິຊາຄະນິດສາດ; ສ່ວນຫຼັກສູດ Smart Math ເປັນຫຼັກສູດທີ່ພັດທະນາສັກກະຍາພາບຂອງນ້ອງໆ ໃຫ້ມີສະມາທິທີ່ດີຢ່າງຕໍ່ເນື່ອງ ໃຫ້ມີຫຼັກການຄິດ ທີ່ເປັນເຫດ ແລະ ຜົນ ໃຫ້ມີຄວາມໝັ້ນໃຈໃນຕົນເອງ ສ່ວນການຄິດເລກໄດ້ໄວ ເປັນພຽງຜົນຂ້າງຄຽງ ຂອງການຝຶກເທົ່ານັ້ນ. ປັດຈຸບັນນີ້ທາງສູນຄະນິດຄິດໄວ ສະມາດແມ໊ດ ໄດ້ເປີດກວ້າງໃຫ້ແກ່ບຸກຄົນທົ່ວໄປທີ່ສົນໃຈໃນທຸລະກິດ “ ເພື່ອສັງຄົມ ພັດທະນາເດັກ ອາຍຸ 5-15 ປີ ” ໂດຍການຮ່ວມມືກັນ ເປີດສູນສະມາດແມ໊ດໄປທົ່ວປະເທດ ແລະ ໂຮງຮຽນຕ່າງໆ ທີ່ສົນໃຈຈະນໍາຫຼັກສູດ ສະມາດແມ໊ດ ເຂົ້າໄປສອນໃນໂຮງຮຽນຂອງທ່ານເອງ ໃນໂຄງການຄິດເລກໄວທັງໂຮງຮຽນ ເປັນການສົ່ງເສີມໃຫ້ເດັກ ແລະ ເຍົາວະຊົນທົ່ວປະເທດລາວ ໄດ້ມີໂອກາດໃນການຮຽນຮູ້ ເພື່ອໃຫ້ເກັ່ງຄະນິດສາດກັນໝົດທຸກຄົນ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ