Skip to main content

ເປີດນໍາໃຊ້ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

03/12/2025
ຫ້ອງວ່າການສູນກາງພັກ ປປ ລາວ ຮ່ວມກັບ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ເປີດນໍາໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ທັນວາ 2025 ທີ່ບ້ານດ່ານຊ້າງ ເມືອໄຊທານີ ນະຄອນຫລວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງພັກ-ລັດຂອງສອງປະເທດ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການສວນສາທາລະນະ ມິດຕະພາບລາວ-ຫວຽດນາມ ເປັນໂຄງການຮ່ວມມືລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ຊຶ່ງໄດ້ເຊັນສັນຍາເລີ່ມລົງມືກໍ່ສ້າງ ໃນວັນທີ 31 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ມີມູນຄ່າທັງໝົດ 340.471.500.000 ດົງ. ໃນນັ້ນ, ທຶນສົມທົບຂອງລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ (ທຽບເທົ່າ 10.471.500.000 ດົງ) ແລະ ທຶນຊ່ວຍເຫລືອລ້າຂອງລັດຖະບານ ສສ ຫວຽດນາມ ແມ່ນ 330 ຕື້ດົງ. ມາຮອດປັດຈຸບັນ, ການກໍ່ສ້າງແມ່ນສຳເລັດແລ້ວ 99%.
ໂຄງການດັ່ງກ່າວ, ເປັນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນ ທາງດ້ານປະຫວັດສາດ-ການເມືອງ ຢ່າງເລິກ ຊຶ່ງລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຊຶ່ງບໍ່ພຽງແຕ່ເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດພວກເຮົາເທົ່ານັ້ນ, ແຕ່ສວນສາທາລະນະມິດຕະພາບລາວ-ຫວຽດນາມ ທີ່ສວຍສົດງົດງາມແຫ່ງນີ້, ໄດ້ກາຍເປັນບ່ອນທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສຳຄັນ ເປັນສະຖານທີ່ຈັດກິດຈະກຳຕ່າງໆ, ເປັນບ່ອນພັກຜ່ອນ, ອອກກຳລັງກາຍ, ບ່ອນຫລິ້ນຂອງ ເດັກນ້ອຍ-ເຍົາວະຊົນຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກສາຮ່ຳຮຽນ ຂອງຄົນຮຸ່ນສືບທອດ ໄດ້ເຂົ້າມາທັດສະນະສຶກສາຄົ້ນຄວ້າ ກ່ຽວກັບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ