ຄະນະນຳ ສກຂ ສະຫວັນນະເຂດ ຕ້ອນຮັບຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ
ໃນວັນທີ 11 ກໍລະກົດ 2026 ທີ່ຜ່ານມາ, ຄະນະນຳ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ການຕ້ອນຮັບ ຄະນະອາສາສະໝັກລະດູແລ້ງ ເຊິ່ງເປັນນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດດານັງ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ທີ່ເດີນທາງມາເຄື່ອນໄຫວຕັ້ງຄ້າຍ ເພື່ອຮ່ວມແຮງຮ່ວມໃຈເຮັດກິດຈະກຳເພື່ອຊຸມຊົນ, ຝຶກທັກສະພາສາ, ມອບອຸປະກອນການຮຽນ, ໃຫ້ຄຳປຶກສາດ້ານການສຶກສາ ແລະ ແລກປ່ຽນວັດທະນະທຳ ໃນລະຫວ່າງວັນທີ 11-17 ກໍລະກົດ 2026.
ຈາກນັ້ນ, ໃນວັນທີ 12 ກໍລະກົດ 2026, ຄະນະການນຳ ແລະ ຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນເຄື່ອນໄຫວວາລະສຳຄັນ ດ້ວຍການເຂົ້າຮ່ວມວາງກະຕ່າດອກໄມ້...








