Skip to main content

ທັບນັກກິລາລາວ ຊຸດໃຫຍ່ ເຖິງນາໂກຢາ ແລ້ວ ຂະນະທີ່ ເທັກບອລ ປະເດີມສະໜາມເປັນປະເພດທຳອິດ ໃນເອຊຽນ ເກມ

23/09/2026
ທັບນັກກິລາລາວຊຸດໃຫຍ່ຈາກຫຼາຍປະເພດກິລາ ເຊັ່ນ: ເທັກບອລ, ຊອບເທັນນິສ, ປິ່າງປ໋ອງ, ກາຣາເຕໂດ, ວູຊູ, ລອຍນໍ້າ, ຟັນດາບ, ໄດ້ທະຍອຍເດີນທາງມາເຖິງນາໂຄຢາ ເປັນທີ່ຮຽບຮ້ອຍແລ້ວ ໃນມື້ວານນີ້ ຂະນະທີ່ກິລາເທັກບອລ ໄດ້ລົງປະເດີມສະໜາມແຂ່ງຂັນໃນເອຊຽນເກມ ຄັ້ງທີ 20 ເປັນປະເພດທຳອິດຂອງ 15 ປະເພດກິລາລາວ ສົ່ງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້.
ທັບນັກກິລາລາວຊຸດໃຫຍ່ ນຳໂດຍທ່ານ ສີຈັນ ຈິດຕະປັນຍາ, ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະນັກກິລາລາວ ໃນ “ໄອຈີ-ນາໂກຢາ ເກມ 2026” ນອກນີ້ຍັງມີທ່ານ ແສງພອນ ພົນອາມາດ, ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກິລາ ກວ່າ 50 ຄົນ ໄດ້ເດີນທາງມາເຖິງເມືອງນາໂກຢາ ເປັນທີ່ຮຽບຮ້ອຍແລ້ວ ໃນຕອນເຊົ້າມື້ວານນີ້ ເຖິງແມ່ນວ່າ ນັກກິລາຫຼາຍຄົນຈະອິດເມື່ອຍຈາກການເດີນທາງ ແລະຈາກການລໍຖ້າການຂົນສົ່ງຂອງເຈົ້າພາບ ທີ່ຂ້ອນຂ້າງຊັກຊ້າແດ່ເລັກນ້ອຍກໍຕາມ ແຕ່ສຸດທ້າຍທຸກຄົນກໍໄດ້ເຂົ້າເຖິງທີ່ພັກ, ໂຮງແຮມ ຕ່າງໆດ້ວຍຄວາມສະຫວັດດີພາບ.
ສຳລັບມື້ວານນີ້ ກິລາປະເພດທຳອິດຂອງລາວເຮົາ ທີ່ໄດ້ລົງທຳການແຂ່ງຂັນ ແມ່ນກິລາເທັກບອລ ເຊິ່ງນຳພາໂດຍທ່ານ ປະທານສະຫະພັນເທັກບອລແຫ່ງຊາດລາວ ປອ ບຸນເກສີສຸພັນທອງ ໂດຍມີສອງປະເພດ ຄືຊາຍດຽວ ແລະ ຊາຍຄູ່. ການແຂ່ງຂັນໃຊ້ກະຕິກາແບບແຂ່ງຄົບກັນໝົດໃນກຸ່ມ ແລ້ວຄັດເອົາທີມທີ່ມີຄະແນນທີໜຶ່ງ ແລະ ສອງ ຂອງກຸ່ມ ເຂົ້າຮອບຕໍ່ໄປ ປາກົດວ່າທີມຊາດລາວ ທັງສອງປະເພດ ຊາຍດຽວ ແລະ ຊາຍຄູ່ ແມ່ນຕົກຮອບໄປເປັນທີ່ຮຽບຮ້ອຍແລ້ວ. ຍັງເຫຼືອພຽງປະເພດຄູ່ປະສົມເທົ່ານັ້ນ ຄື ທ້າວ ໃຈຕາວັນ ອິນທະລາເພັດ ແລະ ນາງ ແສງ ພອນໄຊ ມີກຳນົດຈະລົງແຂ່ງຂັນໃນມື້ອື່ນ ວັນທີ 18 ກັນຍານີ້.
S2K ລາຍງານ