Skip to main content

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາໃນໝູ່ບ້ານນັກກິລາ “ເອຊຽນ ເກມ ຄັ້ງທີ 20” ຢ່າງສົມກຽດ

23/09/2026
ທຸງຊາດລາວໄດ້ຖືກເຊີນຂຶ້ນສູ່ຍອດເສົາຢ່າງສົມກຽດ ໃນພິທີຕ້ອນຮັບ ແລະ ເຊີນທຸງຊາດສະມາຊິກສະຫະພັນກິລາທະວີບເອເຊຍ ຂຶ້ນສູ່ຍອດເສົາຢ່າງສົມກຽດ ແລະ ເປັນທາງການ ໃນຕອນເຊົ້າມື້ນີ້, ວັນທີ 18 ກັນຍາ, ທີ່ໝູ່ບ້ານນັກກິລາ ໃນເຂດ ຟູຈິ ພລາຊາ ທ່າເຮືອກາເດັນ ,ເມືອງນາໂກຢາ ປະເທດຍີ່ປຸ່ນ.
ຄະນະນັກກິລາລາວ ທີ່ເຂົ້າຮ່ວມໃນພິທີມຄັ້ງນີ້ ນຳໂດຍທ່ານ ສີຈັນ ຈິດຕະປັນຍາ, ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະນັກກິລາລາວ ໃນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20.
ພິທີຕ້ອນຮັບ ແລະ ເຊີນທຸງຂຶ້ນສູ່ຍອດເສົາ ໃນໝູ່ບ້ານນັກກິລາເອຊຽນເກມ ເປັນສັນຍາລັກວ່າ ຄະນະນັກກິລາຈາກທຸກປະເທດ ໄດ້ເດີນທາງເຂົ້າຮ່ວມ ເອຊຽນເກມ ຄັ້ງທີ 20 ຢ່າງເປັນທາງການ.
ໃນພິທີ ຫົວໜ້າຄະນະນັກກິລາລາວ ຍັງໄດ້ມອບຂອງທີ່ລະລຶກແກ່ຫົວໜ້າໝູ່ບ້ານນັກກິລາ (ເຈົ້າພາບ) ແລະ ໄດ້ຮ່ວມປູກຕົ້ນໄມ້ໄວ້ເປັນທີ່ລະລຶກໃນສວນໝູ່ບ້ານດັ່ງກ່າວ.
ງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ຈະມີພິທີເປີດຂຶ້ນ ຢ່າງເປັນທາງການ ໃນມື້ອື່ນ ວັນທີ 19 ກັນຍາ ນີ້ ແລະ ຈະດຳເນີນ ໄປຈົນຮອດວັນທີ 4 ຕຸລາ ຈຶ່ງຈະປິດລົງ. ຄະນະຜູ້ແທນແລະ ນັກກິລາລາວທີ່ເຂົ້າຮ່ວມລວມທັງຄະນະນຳ, ເຈົ້າໜ້າທີ່ຝ່າຍຕ່າງໆ, ຄູຝຶກ ແລະ ນັກກິລາ ທັງໝົດ ມີ 122 ຄົນ ໃນນັ້ນນັກກິລາ 72 ຄົນ ຈາກ 15 ປະເພດກິລາ ເຊັ່ນ: ວູຊູ, ແລ່ນ-ລານ, ລອຍນ້ຳ, ຢູໂດ, ກາຣາເຕໂດ, ຈູຈຸດສຸ, ມວຍສາກົນ, ເທັກບອລ, ກະຕໍ້, ຟັນດາບ, ຢີມນາສະຕິດ, ອີ-ສະປອດ, ດອກປີກໄກ່, ປິ່ງປ່ອງ ແລະ ຊອັບເທັນນິສ.
S2K ລາຍງານຈາກເມືອງນາໂກຢາ, ປະເທດຍີ່ປຸ່ນ