ມອບ-ຮັບໂຄງການສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ ໜອງບົກ ມູນຄ່າກວ່າ 1 ຕື້ກີບ
23/09/2026

ພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງໂຮງຮຽນມັດທະຍົມຕອນຕົ້ນ ໜອງບົກ ເມືອງໜອງບົກ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 18 ກັນຍາ 2026 ຫຼັງສໍາເລັດ 100% ພາຍໃນ 37 ວັນ ໂດຍມີມູນຄ່າໂຄງການ 1,010 ຕື້ກີບ ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍການນໍາແຂວງ, ການນໍາເມືອງ, ຜູ້ບໍລິຫານກຸ່ມບໍລິສັດ ເອໄອເອັບ, ຄູ-ອາຈານ, ນັກຮຽນ ແລະ ແຂກຮັບເຊີນຢ່າງພ້ອມພຽງ.
ໂຮງຮຽນ ມັດທະຍົມຕອນຕົ້ນ ໜອງບົກ ເປັນອາຄານທີ່ກໍ່ສ້າງມາດົນນານ ແລະ ມີສະພາບຊຸດໂຊມ ໂດຍສະເພາະຫຼັງຄາຮົ່ວ, ຝາ ແລະ ພື້ນເປ່ເພ ລວມເຖິງລະບົບໄຟຟ້າຊຳຮຸດ ເຮັດໃຫ້ການຮຽນ-ການສອນປະສົບຄວາມຫຍຸ້ງຍາກ. ສະນັ້ນ, ເພື່ອປັບປຸງສະພາບໂຮງຮຽນ ແລະ ສ້າງເງື່ອນໄຂໃຫ້ແກ່ການຮຽນ-ການສອນ, ໂຄງການໄດ້ຮັບທຶນສະໜັບສະໜູນ 1 ຕື້ກີບ ຈາກ ທ່ານ ປອ ລິດທິກອນ ພູມມະສັກ ປະທານກຸ່ມບໍລິສັດ ເອໄອເອັບ ຈໍາກັດ ແລະ ການປະກອບສ່ວນຈາກບໍລິສັດ ສິງທອງ 10 ລ້ານກວ່າກີບ ແລະ ບໍລິສັດ ສິງທອງ ສໍາຫຼວດອອກແບບ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາດຳເນີນໂຄງການ.
ໂຄງການເລີ່ມດໍາເນີນແຕ່ວັນທີ 10 ກໍລະກົດ ເຖິງ 17 ສິງຫາ 2026 ລວມ 37 ວັນ ແລະ ສໍາເລັດ 100% ກ່ອນກໍານົດ ເຊິ່ງການສ້ອມແປງປະກອບມີ ອາຄານຮຽນ 1 ຫຼັງ ຂະໜາດ 9 x 48 ແມັດ ຈຳນວນ 6 ຫ້ອງຮຽນ ໂດຍປັບປຸງໜ້າດິນ ແລະ ເດີ່ນ, ສ້ອມແປງພື້ນ ແລະ ເສົາ, ປ່ຽນຫຼັງຄາ ແລະ ເພດານ, ປ່ຽນປະຕູ-ປ່ອງຢ້ຽມ, ປັບປຸງລະບົບໄຟຟ້າ ແລະ ທາສີອາຄານໃໝ່. ນອກຈາກນີ້ ໂຮງຮຽນຍັງໄດ້ຮັບການສະນັບສະໜູນປະກອບສ່ວນຈາກການນໍາແຂວງຄໍາມ່ວນ ມອບ ໂຕະ-ຕັ່ງ 200 ຊຸດ ແລະ ພັດລົມ 30 ໜ່ວຍ ມູນຄ່າກວ່າ 258 ລ້ານກີບ.
ໃນພິທີຕາງໜ້າ ບໍລິສັດ ສິງທອງ ໄດ້ກ່າວມອບໂຄງການໃຫ້ແກ່ ຫ້ອງການສຶກສາທິການ ແລະ ກິລາເມືອງໜອງບົກ ເພື່ອຄຸ້ມຄອງ ແລະ ນຳໃຊ້ຕໍ່ໄປ. ພ້ອມນີ້ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງ ໜອງບົກ ຍັງໄດ້ຕາງໜ້າການນໍາເມືອງ ກ່າວຂອບໃຈມາຍັງຜູ້ໃຫ້ການຊ່ວຍເຫຼືອ ແລະ ໃຫ້ຄຳໝັ້ນສັນຍາຈະຮັກສາ, ບົວລະບັດ ແລະ ນຳໃຊ້ອາຄານໃຫ້ເກີດປະໂຫຍດສູງສຸດຕໍ່ການຮຽນ-ການສອນ.
ໂອກາດນີ້ ທ່ານ ປອ ລິດທິກອນ ພູມມະສັກ, ປະທານກຸ່ມບໍລິສັດ ເອໄອເອັບ ຈຳກັດ ກ່າວວ່າ: ຍ້ອນເຫັນເຖິງຄວາມສຳຄັນຂອງວຽກງານການສຶກສາ ເຊິ່ງເປັນຮາກຖານສຳຄັນໃນການພັດທະນາຄົນ ແລະ ສ້າງອະນາຄົດຂອງຊາດ, ການສະໜັບສະໜູນອຸປະກອນ ແລະ ປັບປຸງສະພາບແວດລ້ອມການຮຽນຮູ້ໃຫ້ເໝາະສົມ ຈະຊ່ວຍໃຫ້ຄູ-ອາຈານ ແລະ ນັກຮຽນ ສາມາດດຳເນີນການຮຽນ-ການສອນໄດ້ຢ່າງມີປະສິດທິຜົນ. ການມອບທຶນ ແລະ ອຸປະກອນໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍປັບປຸງສະຖານທີ່ຮຽນໃຫ້ດີຂຶ້ນ ແຕ່ຍັງເປັນການຮ່ວມສ້າງໂອກາດທາງການສຶກສາໃຫ້ແກ່ນັກຮຽນ, ຊ່ວຍຍົກລະດັບສະພາບແວດລ້ອມການຮຽນໃຫ້ປອດໄພ ແລະ ເໝາະສົມ, ພ້ອມທັງອຳນວຍຄວາມສະດວກແກ່ຄູ-ອາຈານ ແລະ ນັກຮຽນ. ອັນຈະສ້າງເງື່ອນໄຂຕໍ່ການພັດທະນາຄຸນນະພາບການສຶກສາໃນທ້ອງຖິ່ນ ແລະ ສ້າງພື້ນຖານໃຫ້ນັກຮຽນເຕີບໂຕເປັນພົນລະເມືອງທີ່ມີຄຸນນະພາບ ແລະ ເປັນກຳລັງສຳຄັນຂອງຊາດໃນອະນາຄົດ. ພ້ອມນີ້, ທ່ານ ປອ. ລິດທິກອນ ພູມມະສັກ ຍັງໄດ້ມອບທຶນຈຳນວນ 200 ລ້ານກີບ ເພື່ອບູລະນະໂຮງຮຽນ ພ້ອມມອບໂຕະ-ຕັ່ງ ຈຳນວນ 50 ຊຸດ ເພື່ອສະໜັບສະໜູນການຮຽນ-ການສອນຂອງໂຮງຮຽນ.
ຂ່າວ : ມະນີວັ













