Skip to main content

ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວນະຄອນ ໄກສອນພົມວິຫານ ສົກຮຽນ 2025-2026

23/09/2026
ໃນວັນທີ 17 ກັນຍາ 2026 ຢູ່ທີ່ສະໂມສອນນະຄອນ, ຫ້ອງການສຶກສາທິການ ແລະ ກິລາ ນະຄອນ ໄກສອນພົມວິຫານ ໄດ້ເປີດກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025 – 2026 ແລະ ແຜນພັດທະນາການສຶກສາ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມ ຂອງທ່ານ ອານຸຊາ ໄກສອນ ກຳມະການປະຈໍາພັກນະຄອນ, ຮອງປະທານຄະນະກຳມະການປົກຄອງນະຄອນ ໄກສອນພົມວິຫານ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ ໄກສອນພົມວິຫານ, ມີບັນດາຫົວໜ້າ-ຮອງຫົວໜ້າ,ປະທານຄະນະກໍາມະການປົກຄອງຕາແສງ, ຜູ້ອໍານວຍການໂຮງຮຽນ ອະນຸບານ, ປະຖົມ ມັດທະຍົມແລະເອກະຊົນ,ແຂກຖືກເຊີນ, ພ້ອມດ້ວຍ ຄູ-ອາຈານ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ແລະ ແຜນພັດທະນາປະຈໍາສົກຮຽນ 2026-2027, ຈາກທ່ານ ນາງ ວາດສະໜາ ລັດຖະສິງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ ແລະ ຜົນສໍາເລັດທີ່ພົ້ນເດັ່ນ ປະຈໍາສົກຮຽນ 2025-2026 ໂດຍຫຍໍ້ເຊິ່ງຫ້ອງການສຶກສາທິການ ແລະ ກິລານະຄອນ ມີພະນັກງານສຶກສາພາກລັດ ທັງໝົດຈໍານວນ 671 ຄົນ, ຍິງ 454 ຄົນ, ຄູເອກະຊົນ 467 ຄົນ, ຍິງ 400 ຄົນ, ຄູອັດຕາຈ້າງ 2 ຄົນ, ທົ່ວນະຄອນມີໂຮງຮຽນທັງໜົດ 163 ແຫ່ງ (ຫຼຸດລົງ3ແຫ່ງ), ໂຮງຮຽນລັດ 119 ແຫ່ງ, ເອກະຊົນ 44 ແຫ່ງ, ໂຮງຮຽນອະນຸບານ-ລ້ຽງເດັກ 61 ແຫ່ງ, ມັດທະສຶກສາ 30 ແຫ່ງ ແລະ ມີນັກຮຽນທັງໜົດ 26,428 ຄົນ. ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງໃນສົກຮຽນ 2025-2026 ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານຄື: ການຈັດຕັ້ງປະຕິບັດ 12 ຄາດໝາຍທີ່ຂະແໜງສຶກສາຮັບຮອງ ສາມາດບັນລຸ 12 ຄາດໝາຍ ແລະ ໃນນັ້ນ, ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃນຊັ້ນການສຶກສາກ່ອນໄວຮຽນປະຕິບັດໄດ້ 98.7% (ຄາດໝາຍ 80.8%) ບັນລຸຄາດໝາຍ, ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ທຽບໃສ່ເດັກ 6 ປີ ປະຕິບັດໄດ້ 100% (ລື່ນຄາດໝາຍສະພາ 1,4%) ບັນລຸຄາດໝາຍ, ອັດຕາປະລະຊັ້ນປະຖົມ ປະຕິບັດໄດ້ 1,8% (ຫຼຸດຄາດໜາຍທີ່ສະພາວາງໄວ້5,1%), ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 99,9% (ລື່ນຄາດໝາຍສະພາ 17.4%), ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 94.7% (ລື່ນຄາດໝາຍສະພາ 41.9%), ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 16.3% (ຄາດໝາຍ = 14%) ບໍ່ບັນລຸຄາດໝາຍ, ເປີເຊັນຂອງຄູປະຈຳການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບ ແບບຕໍ່ເນື່ອງສະເລ່ຍ 40% ຕໍ່ປີປະຕິບັດໄດ້ 29.26% (ລື່ນຄາດໝາຍ 9.26%), ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 83ຄົນ (ຄາດໝາຍ 152ຄົນ) ບັນລຸຄາດໝາຍ, ຈໍານວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຕາມຫຼັກສູດທາງການປະຕິບັດ ໄດ້ 33.93%ຄົນ (ລື່ນຄາດໝາຍສະພາ 18.91%) , ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວ ຈັດກິດຈະກຳການ ແຂ່ງຂັນກິລາປະຈຳປີ, ກິລາ ວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນປະຕິບັດໄດ້ 80.26% (ຄາດໝາຍ 34.5%) ບັນລຸຄາດໝາຍ, ນັກຮຽນທີ່ຈົບຊັ້ນມັດທະຍົມຕອນປາຍໄດ້ເຂົ້າຮຽນຕໍ່ສຶກສາຊັ້ນສູງແລະມະຫາວິທະຍາໄລທັງພາຍໃນແລະຕ່າງປະເທດ ປະຕິບັດໄດ້ 48.80% (ລື່ນຄາດໜາຍ 38.7%) ນອກຈາກນີ້ແລ້ວ ຍັງມີວຽກງານອຶ່ນໆ ອີກຈຳນວນໜຶ່ງ. ພ້ອມນີ້ກອງປະຊຸມໄດ້ຄົ້ນຄວ້າ ປະກອບຄຳຄິດ ຄຳເຫັນໃສ່ບົດສະຫຼຸບ, ທິດທາງແຜນການ ແລະ ວິທີແກ້ໄຂຈຸດອ່ອນທີ່ຄົງຄ້າງໃນສົກຮຽນທີ່ຜ່ານມາ ເພື່ອສຶບຕໍ່ປະຕິບັດແຜນພັດທະນາການສຶກສາ ແລະ ກິລາໃນທົ່ວນະຄອນໃຫ້ດີຂຶ້ນ.
ໃນຕອນທ້າຍກອງປະຊຸມ ທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກ ຄອງນະຄອນ ໄດ້ໂອ້ລົມເຖິງບັນຫາການແກ້ໄຂການປະລະການຮຽນກາງປີຂອງນ້ອງນັກຮຽນ ແລະ ທຸກພາກສ່ວນຕ້ອງຍົກສູງມີສ່ວນຮ່ວມອຳນວຍຄວາມສະດວກໃນວຽກງານການສຶກສາ ເພື່ອເຮັດໃຫ້ລູກຫຼານໄດ້ເຂົ້າຮຽນຕາມເກນອາຍຸ ແລະ ບັນລຸການຮຽນຈົບຊັ້ນມັດທະຍົມຕອນປາຍ ແລ້ວສືບຕໍ່ຮ່ຳຮຽນວິຊາຊີບ ໃຫ້ສຳເລັດຕາມລະດັບຄາດໝາຍ.
ພາບ-ຂ່າວ: ນະຄອນໄກສອນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ