Skip to main content

Author: Chanthakhard Inthadalin

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມສະໄໝ ສາມັນ...

Continue reading

5 ປີ ເສດຖະກິດ ສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5...

Continue reading

ອຸດົມໄຊ ປະເດີມສະໜາມມີໄຊເໜືອ ໄຊຍະບູລີ 3-2 ສ່ວນແຊ໋ມເກົ່າ ແຂວງວຽງຈັນ ພາດທ່າ ຖືກ ຫຼວງນໍ້າທາ ຖະຫຼົ່ມ 5-2 ບານເຕະຊາຍ “ນະຄອນຫຼວງວຽງຈັນ ເກມ 2025”

ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາບານເຕະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້ ຊຶ່ງໃນນັດເປີດສະໜາມ ທີມມ້າມືດ ແຂວງອຸດົມໄຊ ເອົາຊະນະ ແຂວງໄຊຍະບູລີ 3-2 ປະຕູ ຂະນະທີ່ ແຊ໋ມເກົ່າ ແຂວງວຽງຈັນ ພາດທ່າ ຖືກ ແຂວງຫຼວງນໍ້າທາ ຖະຫຼົ່ມ 5-2 ປະຕູ. ໃນນັດເປີດສະໜາມແຂ່ງຂັນບານເຕະຊາຍ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນວັນທີ 9 ພະຈິກ 2025 ກໍມີການແຂ່ງຂັນ 4 ຄູ່ ແຂ່ງຂັນຢູ່ທີ່ 4 ສະໜາມ ຄື: ທີ່ສະໜາມກິລາລ້ານຊ້າງ ແຂວງອຸດົມໄຊ ພົບ ແຂວງໄຊຍະບູລີ, ທີ່ສະໜາມກິລາກາງ...

Continue reading

ສວສ ຈັດກອງປະຊຸມປັບປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1

ສະຖາບັນຄົ້າຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປັບປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ.1 ພາຍໃຕ້ໂຄງການໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ເພື່ອຍົກສູງຄຸນນະພາບການສຶກສາ, ສົ່ງເສີມທັກຊະການວິເຄາະ, ການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນຂອງນັກຮຽນ ໃຫ້ສອດຄ່ອງກັບຍຸກສັດຕະວັດທີ 21 ພ້ອມຈະນຳໃຊ້ເຂົ້າໃນການຮຽນການສອນ ໃນສົກຮຽນ 2026-2027 ນີ້. ທ່ານ ອຸທິດ ທິບມະນີ...

Continue reading

ເຈົ້າຄອງນະຄອນຫຼວງ ເນັ້ນທັບນັກກິລາ ຍົກສູງນໍ້າໃຈຮັກບ້ານເກີດເມືອງນອນ ເພື່ອພ້ອມກັນຄວ້າໄຊຊະນະເປັນເຈົ້າຫຼຽນຄຳ

ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ເນັ້ນໜັກທັບນັກກິລາ ເຈົ້າພາບ ໃນຈຳນວນ 33 ປະເພດ ຍົກສູງນໍ້າໃຈຮັກບ້ານເກີດເມືອງນອນ ຄວ້າໄຊຊະນະເປັນເຈົ້າຫຼຽນຄຳ  ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 15-25 ພະຈິກ 2025. ຊຶ່ງພິທີໂອ້ລົມໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 8 ພະຈິກ 2025 ທີ່ສຳນັກງານປົກຄອງ  ນວ, ມີທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ...

Continue reading

ສຕລ ສືບຕໍ່ຍົກລະດັບຄູຝຶກບານເຕະລາວ ສາມາດກ້າວທັນມາດຕະຖານສາກົນ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສືບຕໍ່ຈັດກອງປະຊຸມພັດທະນາຄູຝຶກບານເຕະ ສຕລ ຄັ້ງທີ 2 ຂຶ້ນໃນຕອນເຊົ້າວັນທີ 9 ພະຈິກ 2025 ທີ່ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີວິທະຍາກອນຈາກຕ່າງປະເທດ, ບັນດາຄູຝຶກບານເຕະທີ່ມາຈາກແຂວງໃນຂອບເຂດທົ່ວປະເທດ ແລະ ວິຊາການ ສຕລ ເຂົ້າຮ່ວມ.   ໂອກາດນີ້, ທ່ານ ວີເພັດ ສີຫາຈັກ  ກ່າວວ່າ: ການພັດທະນາຄູຝຶກເປັນໜຶ່ງໃນປັດໄຈສໍາຄັນ ໃນການຍົກລະດັບວົງການກິລາບານເຕະຂອງປະເທດລາວເຮົາ,...

Continue reading

ຊາວເມືອງໄຊທານີ ຫຼາຍພັນຄົນຮ່ວມຊົມຂະບວນແຫ່ທວນໄຟ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຢ່າງຟົດຟື້ນ

ພິທີແຫ່ ແລະ ແລ່ນທວນໄຟຄັ້ງນີ້ ຈັດຂຶ້ນເມື່ອວັນທີ 7 ພະຈິກ 2025 ທີ່ເມືອງໄຊທານີ ໃຫ້ກຽດເຂົ້າຮ່ວມນຳພາຂະບວນໂດຍທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພົຕ ສົມພອນ ມິດຕະພອນ ເລຂາຄະນະພັກແຂວງຜົ້ງສາລີ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ສະຫາຍ ວຽງຄໍາ ສີຫາໂຄດ ເລຂາຄະນະພັກກຳມາທິການປົກຄອງເມືອງໄຊທານີ ພ້ອມດ້ວນບັນດາຄະນະພັກກຳມາທິການປົກຄອງ 9 ຕົວເມືອງ, ພະແນກອ້ອມຂ້າງ ນວ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນຊາວເມືອງໄຊທານີ...

Continue reading

ຄະນະຮັບຜິດຊອບ ຮ່ວມກັບ ເຈົ້າພາບ ນວ ລົງກວດກາຄວາມພ້ອມສະຖານທີ່ພັກເຊົາຂອງຄະນະນັກກິລາແຂວງຫຼວງພະບາງ

ໃນວັນທີ 7 ພະຈິກ 2025 ນີ້, ຄະນະຮັບຜິດຊອບຂອງແຂວງຫຼວງພະບາງ ຮ່ວມກັບ ເຈົ້າພາບ ນະຄອນຫຼວງວຽງຈັນ  (ນວ) ໄດ້ລົງກວດກາການກະກຽມຄວາມພ້ອມຮອບດ້ານສະຖານທີ່ພັກເຊົາຂອງຄະນະນັກກິລາແຂວງຫຼວງພະບາງ ໂດຍມີທ່ານ ຄຳພັນ ບຸນພັກດີ ຫົວໜ້າຂະແໜງກິລາ ແລະ ສິລະປະ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ມີຕາງໜ້າຈາກເຈົ້າພາບ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ. ການລົງກວດກາຄວາມພ້ອມຂອງສະຖານທີ່ພັກເຊົາຄັ້ງນີ້...

Continue reading