Skip to main content

5 ປີ ເສດຖະກິດ ສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

10/11/2025

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະ ຫຍາຍຕົວ ຕາມແຜນການ 5 ປີກໍານົດ ສະເລ່ຍ 4.24% ຕໍ່ປີ (ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%). ໃນນີ້, ຂະແໜງກະສິກໍາຂະຫຍາຍຕົວ ສະເລ່ຍ 2.9%, ກວມເອົາ 19.4% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 2.5% ແລະ ກວມເອົາ 15.3% ຂອງ GDP); ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7%, ກວມເອົາ 32.5% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 4.1% ແລະ ກວມເອົາ 32.3% ຂອງ GDP); ຂະແໜງບໍລິການຂະຫຍາຍຕົວ ສະເລ່ຍ 4.5%, ກວມເອົາ 36.6% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 6% ແລະ ກວມເອົາ 41.3% ຂອງ GDP) ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວສະເລ່ຍ 3.8% ກວມເອົາ 11.5% ຂອງ GDP (ແຜນການ 5 ປີ ຂະຫຍາຍຕົວ 5.8% ແລະ ກວມເອົາ 11.7% ຂອງ GDP). ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕ ມາຈາກການຜະລິດສະບຽງອາຫານເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຈຳນວນໜຶ່ງ, ການຜະລິດຂອງຂະແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະກໍາປຸງແຕ່ງ, ການຂົນສົ່ງ ແລະ ການທ່ອງທ່ຽວ. ເຖິງແນວໃດກໍຕາມເຫັນວ່າຂະແໜງບໍລິການ ແລະ ພາສີ-ອາກອນ ຜະລິດຕະພັນສຸດທິມີທ່າອ່ຽງອາດບໍ່ບັນລຸຕາມຄາດໝາຍ ຍ້ອນໄດ້ຮັບຜົນກະທົບຈາກສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທຳມະຊາດ, ການລະບາດຂອງພະຍາດໂຄວິດ 19 ຊຶ່ງໄດ້ສົ່ງຜົນກະທົບທົ່ວສັງຄົມ ໂດຍສະເພາະພາກທຸລະກິດ ເຮັດໃຫ້ບໍ່ສາມາດດຳເນີນການເຄື່ອນໄຫວໄດ້ຢ່າງເປັນປົກກະຕິ. ພ້ອມນີ້, ຍັງມີປັດໄຈພາຍນອກຈຳນວນໜຶ່ງທີ່ສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດລາວ.

ຄຽງຄູ່ກັນນັ້ນ, ການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບໃຫ້ຄ່າເງິນກີບ, ສ້າງຄວາມເຂັ້ມແຂງໃກ້ແກ່ຄັງສຳຮອງເງິນຕາຕ່າງປະເທດ, ຄວບຄຸມອັດຕາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ ຊຶ່ງບາງໄລຍະອັດຕາເງິນເຟີ້ ສູງເຖິງ 41% ໃນຕົ້ນປີ 2023 ຫຼຸດລົງເຫຼືອ 4% ໃນເດືອນຕຸລາ 2025. ມາຮອດປັດຈຸບັນ ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າ ໄດ້ 5.12 ເດືອນ (ຄາດໝາຍສະພາແຫ່ງຊາດ ແມ່ນ 3 ເດືອນ), ໄດ້ດໍາເນີນນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ລວມວົງເງິນກູ້ຢືມຈາກ ທທກ 4,755.20 ຕື້ກີບ, ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດ ລວມວົງເງິນ 2,240.39 ຕື້ກີບ, ໄດ້ເບີກຖອນເງິນກູ້ຕົວຈິງ 2,104.75 ຕື້ກີບ ກວມເອົາ 93.95%.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

 

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ