ອຸດົມໄຊ ປະເດີມສະໜາມມີໄຊເໜືອ ໄຊຍະບູລີ 3-2 ສ່ວນແຊ໋ມເກົ່າ ແຂວງວຽງຈັນ ພາດທ່າ ຖືກ ຫຼວງນໍ້າທາ ຖະຫຼົ່ມ 5-2 ບານເຕະຊາຍ “ນະຄອນຫຼວງວຽງຈັນ ເກມ 2025”

ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາບານເຕະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້ ຊຶ່ງໃນນັດເປີດສະໜາມ ທີມມ້າມືດ ແຂວງອຸດົມໄຊ ເອົາຊະນະ ແຂວງໄຊຍະບູລີ 3-2 ປະຕູ ຂະນະທີ່ ແຊ໋ມເກົ່າ ແຂວງວຽງຈັນ ພາດທ່າ ຖືກ ແຂວງຫຼວງນໍ້າທາ ຖະຫຼົ່ມ 5-2 ປະຕູ.
ໃນນັດເປີດສະໜາມແຂ່ງຂັນບານເຕະຊາຍ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນວັນທີ 9 ພະຈິກ 2025 ກໍມີການແຂ່ງຂັນ 4 ຄູ່ ແຂ່ງຂັນຢູ່ທີ່ 4 ສະໜາມ ຄື: ທີ່ສະໜາມກິລາລ້ານຊ້າງ ແຂວງອຸດົມໄຊ ພົບ ແຂວງໄຊຍະບູລີ, ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ແຂວງສາລະວັນ ພົບກັບ ແຂວງຊຽງຂວາງ, ທີ່ສະໜາມກິລາ ກອງທັບ (ຫຼັກ5) ແຂວງຫຼວງນໍ້າທາ ພົບກັບ ແຂວງວຽງຈັນ ແລະ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ແຂວງສະຫວັນນະເຂດ ພົບກັບ ແຂວງບໍລິຄຳໄຊ.
ຜ່ານການແຂ່ງຂັນຜົນປະກົດວ່າ: ແຂວງອຸດົມໄຊ ຊະນະ ແຂວງໄຊຍະບູລີ 3-2 ປະຕູ ສ່ວນແຂວງສາລະວັນ ໄລ່ຕ້ອນ ແຂວງຊຽງຂວາງ 3-1 ປະຕູ. ຂະນະທີ່ແຂວງຫຼວງນໍ້າທາ ໂຊຟອມເດັ່ນປາບແຊ໋ມເກົ່າ ແຂວງວຽງຈັນ ໄປແບບຂາດຮອຍ 5-2 ປະຕູ ແລະ ແຂວງສະຫວັນນະເຂດ ສະເໝີ ແຂວງບໍລິຄຳໄຊ 0-0 ປະຕູ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026



