Skip to main content

ຊາວເມືອງໄຊທານີ ຫຼາຍພັນຄົນຮ່ວມຊົມຂະບວນແຫ່ທວນໄຟ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຢ່າງຟົດຟື້ນ

09/11/2025

ພິທີແຫ່ ແລະ ແລ່ນທວນໄຟຄັ້ງນີ້ ຈັດຂຶ້ນເມື່ອວັນທີ 7 ພະຈິກ 2025 ທີ່ເມືອງໄຊທານີ ໃຫ້ກຽດເຂົ້າຮ່ວມນຳພາຂະບວນໂດຍທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພົຕ ສົມພອນ ມິດຕະພອນ ເລຂາຄະນະພັກແຂວງຜົ້ງສາລີ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ສະຫາຍ ວຽງຄໍາ ສີຫາໂຄດ ເລຂາຄະນະພັກກຳມາທິການປົກຄອງເມືອງໄຊທານີ ພ້ອມດ້ວນບັນດາຄະນະພັກກຳມາທິການປົກຄອງ 9 ຕົວເມືອງ, ພະແນກອ້ອມຂ້າງ ນວ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນຊາວເມືອງໄຊທານີ ເຂົ້າຮ່ວມຕ້ອນຮັບຫຼາຍພັນຄົນ.

ໃນການແຫ່ ແລະ ແລ່ນທວນໄຟດັ່ງກ່າວ ແມ່ນເລີ່ມຈາກຈຸດໜ້າວິທະຍາໄລຕໍາຫຼວດປະຊາຊົນ ສູ່ສໍານັກງານປົກຄອງເມືອງໄຊທານີ ດ້ວຍໄລຍະທາງເກືອບ 1.000 ແມັດ ນຳພາຂະບວນໂດຍບັນດາຄະນະນຳທີ່ເຂົ້າຮ່ວມ ເພື່ອນຳເອົາໄຟສັກສິດໄປສົ່ງຕໍ່ມອບໃຫ້ຄະນະຮັບຜິດຊອບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII  ກໍເພື່ອສືບຕໍ່ຊຸກຍູ້ການສ້າງຂະບວນການໃຫ້ມີລັກສະນະຕໍ່ເນື່ອງ ແລະ ຟົດຟື້ນ ທັງເປັນການຈັດງານມະຫະກໍາກິລາ-ກາຍຍະກໍາ ໃນທົ່ວປະເທດ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ.

ສໍາລັບຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຄັ້ງຕໍ່ໄປ ຫຼື ຄັ້ງສຸດທ້າຍ ແມ່ນຈະຈັດຂຶ້ນທີ່ເມືອງໄຊເຊດຖາ ໃນວັນທີ 14 ພະຈິກ 2025 ນີ້ ກ່ອນຈະນຳເຂົ້າສູ່ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການໃນວັນທີ 15 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).

 

ພາບ-ຂ່າວໂດຍ: ສົງການ ພັນແພງດີ