ບໍລິສັດ ເບ ສະຫວັນ ມອບນ້ຳດື່ມ 40 ແພັກ ໃຫ້ຄະນະບໍລິຫານງານຊາວໜຸ່ມ ຮາກຖານ ສວສ ກຽມກອງປະຊຸມໃຫຍ່ ຄັ້ງທີ IV
ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບນ້ຳດື່ມ ເບ ສະຫວັນ ໃຫ້ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຈຳນວນ 40 ແພັກ ເພື່ອໄວ້ດື່ມໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສວສ ແລະ ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ພິທີມອບ-ຮັບນ້ຳດື່ມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2024 ທີ່ເຮືອນຂອງເພິ່ນເອງ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ...