Skip to main content
06/09/2024 | ສຶກສາ

ທ່ານ ຮອງລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ 2 ໂຮງຮຽນ ນວ ໂອກາດໄຂສົກຮຽນໃໝ່

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ລົງຕິດຕາມ ແລະ ຊຸກຍູ້ການໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢູ່ 2 ໂຮງຮຽນໃນນະຄອນຫຼວງວຽງຈັນ (ນວ) ທີ່ຂຶ້ນກັບພາກລັດ ແລະ ເອກະຊົນ ກໍຄື ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ເພຍວັດ ເຂດເມືອງສີສັດຕະນາກ ແລະ ໂຮງຮຽນສາມັນສຶກສາ ເຄເອັນຊີ ເມືອງຫາດຊາຍຟອງ ເມື່ອວັນທີ 2 ກັນຍາ 2024. ພາຍຫຼັງທີ່ໄດ້ມີພິທີເປີດສົກຮຽນໃໝ່ ສົກຮຽນ 2024-2025 ທົ່ວປະເທດ ຢ່າງເປັນທາງການ ສໍາເລັດລົງໃນຕອນເຊົ້າຂອງວັນທີ 2 ກັນຍາ 2024, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍທ່ານ ນາງ ລີປາເອັຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ […]

06/09/2024 | ສຶກສາ

ສປປ ລາວ ລົງນາມເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ

ສປປ ລາວ ສະແດງຄວາມພາກພູມໃຈໃນການເຂົ້າເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນ ຊຶ່ງເປັນສະຫະພັນລະດັບສາກົນ ທີ່ໄດ້ເອົາໃຈໃສ່ຮ່ວມກັນເພື່ອເສີມສ້າງຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກໂດຍຜ່ານແຜນງານອາຫານໃນໂຮງຮຽນແບບຄົບວົງຈອນ ຊຶ່ງບາດກ້າວອັນສຳຄັນດັ່ງກ່າວສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງລັດຖະບານລາວຢ່າງຕໍ່ເນື່ອງໃນການປັບປຸງດ້ານສຸຂະພາບ ແລະ ການສຶກສາຂອງເດັກນ້ອຍໃນຂອບເຂດທົ່ວປະເທດ. ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ແຂກຖືກເຊີນ ຈາກພາກລັດ-ອົງການຈັດຕັ້ງສາກົນ. ການເຂົ້າຮ່ວມສະຫະພັນດັ່ງກ່າວ, ສປປລາວ ພ້ອມດຽວກັນກັບອີກເກືອບ100 ປະເທດໃນທົ່ວໂລກແມ່ນມີຈຸດມຸ່ງໝາຍທີ່ສອດຄ່ອງກັນໃນການຂະຫຍາຍ ແລະ ປັບປຸງວຽກງານອາຫານໃນໂຮງຮຽນເພື່ອເປັນການລົງທຶນທີ່ມີຄວາມໝາຍສຳຄັນໃຫ້ແກ່ເດັກນ້ອຍໃນອະນາຄົດ. ທັງນີ້, ກໍເພື່ອຮັບປະກັນວ່າເດັກນ້ອຍທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການໃນໂຮງຮຽນພາຍໃນປີ 2030, ໂດຍໃຫ້ການສະໜັບສະໜູນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະເປົ້າໝາຍທີ 2 (ລຶບລ້າງຄວາມອຶດຫິວ) ແລະເປົ້າໝາຍທີ 4 (ຮັບປະກັນການສຶກສາໃຫ້ມີຄຸນນະພາບ). ການເຂົ້າຮ່ວມເປັນສະມາຊິກສະຫະພັນອາຫານໃນໂຮງຮຽນຂອງ ສປປ […]

06/09/2024 | ສຶກສາ

ວລ  ເຕັກນິກ ປາກປ່າສັກ ຮ່ວມມື 3 ຝ່າຍ ດ້ານວິຊາການ ສະໜອງວັດຖຸອຸປະກອນຮັບໃຊ້ການສຶກສາ

ວິທະຍາໄລ  (ວລ) ເຕັກນິກ ປາກປ່າສັກ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ວິທະຍາໄລ ເຕັກນິກ ປາກປ່າສັກ ສປປ ລາວ, ວິທະຍາໄລ ວິຊາຊີບການຄ້າ ແລະ ການທ່ອງທ່ຽວ ຈຽງສື ສປ ຈີນ ແລະ ບໍລິສັດ ລາດສະວົງ ພັດທະນາ ຈຳກັດ ໃນວັນທີ 4 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນຝຶກອົບຮົມການທ່ອງທ່ຽວ ແລະ ໂຮງແຮມ (ສູນລານິດ) ວລ ເຕັກນິກ ປາກປ່າສັກ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ, ທ່ານ ນາງ ລອງ ຖິງ ຮອງອຳນວຍການວິທະຍາໄລວິຊາຊີບ ການຄ້າ ແລະ ການທ່ອງທ່ຽວ ຈຽງສື ແລະ […]

06/09/2024 | ສຶກສາ

ລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ການສຶກສາຢູ່ເມືອງເຟືອງ ໂອກາດເປີດສົກຮຽນໃໝ່ 2024-2025

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍອະດີດຮອງລັດຖະມົນຕີ ສສກ ແລະ ຄະນະ ໄດ້ລົງເຄືອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສຶກສາຢູ່ບັນດາໂຮງຮຽນ ທີ່ເມືອງເຟືອງ ແຂວງວຽງຈັນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2024-2025 ທົ່ວປະເທດ ຢ່າງເປັນທາງການ ໃນວັນທີ 2 ກັນຍາ 2024 ໂດຍໃຫ້ການນຳພາທາງຂອງທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ທ່ານ ບຸນມີ ກາຢົງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ, ມີຄະນະຕິດຕາມຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ເມືອງຈໍານວນໜຶ່ງ. ການເຄື່ອນໄຫວຕິດຕາມ ຊຸກຍູ້ການສຶກສາຂອງທ່ານ ລັດຖະມົນຕີ ສສກ ໃນໂອກາດເປີດສົກຮຽນໃໝ່ 2024-2025 ຄັ້ງນີ້, ແມ່ນເພື່ອເປັນການສົ່ງເສີມໃຫ້ຜູ້ບໍລິຫານການສຶກສາ […]

22/08/2024 | ສຶກສາ

ມີແລ້ວ 400 ກວ່ານ້ອງ ສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສົກ 2024-2025

ນັບມາຮອດປັດຈຸບັນ, ມີນ້ອງນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຈຳນວນ 400 ກວ່ານ້ອງ ໄດ້ມາລົງທະບຽນສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ປະຈຳສົກຮຽນ 2024-2025 ຂະນະທີ່ວິທະຍາໄລດັ່ງກ່າວ ມີຄວາມພ້ອມແລ້ວຮອບດ້ານທີ່ຈະຈັດສອບເສັງຄັດເລືອກນັກສຶກສາໃໝ່ ແລະ ເປີດສົກຮຽນໃໝ່ 2024-2025 ຢ່າງເປັນທາງການ. ທ່ານ ບຸນຍາລິດ ຂັນທະຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໃຫ້ສຳພາດຕໍ່ທີມງານນັກຂ່າວຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະ ຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 22 ສິງຫາ 2024 ທີ່ວິທະຍາໄລດັ່ງກ່າວ ວ່າ: ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2023 ເປັນຕົ້ນມາ ແລະ ກໍເປັນວິທະຍາໄລຂອງລັດແຫ່ງທຳອິດ ແລະ ເປັນແຫ່ງດຽວ ຢູ່ສປປ ລາວ ທີ່ໄດ້ເປີດການຮຽນການສອນທາງດ້ານວິຊາສະເພາະລົດໄຟ ໂດຍມີພາລະບົດບາດຈັດຕັ້ງປະຕິບັດບັດການຮຽນການສອນກໍ່ສ້າງ, ຝຶກອົບຮົມ, ພັດທະນາວິຊາຊີບ ແລະ […]

17/08/2024 | ສຶກສາ

ຮັບຮອງແລ້ວ ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຫຼັງໄດ້ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ

ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ໄດ້ຖືກຮັບຮອງເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງໄດ້ມີການຄົ້ນຄວ້າ ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານສຳເລັດ ເພື່ອສືບຕໍ່ສັງລວມລາຍງານຕໍ່ທ່ານນາຍົກລັດຖະມົນຕີ ພິຈາລະນາ ລົງນາມ ແລະ ປະກາດໃຊ້ຕາມລະບຽບການ. ກອງປະຊຸມປັບປຸງ ຮັບຮອງຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຕາມຄໍາເຫັນຂອງສະມາຊິກລັດຖະບານ ໄດ້ມີຂຶ້ນໃນລະຫວ່າງວັນທີ 13-14 ສິງຫາ 2024 ທີ່ສະໂມສອນໄຟຟ້ານໍ້າງື່ມ 1 (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ກົົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຄະນະນຳທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບຈາກຫ້ອງວ່າການສຳນັກງານນາ​ຍົກ​ລັດ​ຖະ​ມົນ​ຕີ, ກະຊວງຍຸຕິທໍາ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ທະນາຄານແຫ່ງ ສປປ […]

07/08/2024 | ສຶກສາ

ການສຶກສາກ່ອນໄວຮຽນ ສົກ 2023-2024 ມີທ່າອຽງເພີ່ມຂຶ້ນກວ່າເກົ່າ

ກົມສຶກສາກ່ອນໄວຮຽນ, ກະຊວງສືກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ເມື່ອວັນທີ 2 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມໂຮງແຮມດອນຈັນພາເລດ  ນະຄອນຫຼວງວຽງຈັນ  ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ, ທ່ານ ນາງ ຕາກາໂຮະ ຫົວໜ້າພະແນກການສຶກສາ ອົງການອຸຍນີເຊັບ ແລະ ທ່ານ ຄາມາວ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຫ້ອງການກະຊວງ, ກົມ, ສະຖາບັນ, ສູນອ້ອມຂ້າງກະຊວງ ສສກ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ນໍາສະເໜີການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນປະຈຳສົກຮຽນ 2023-2024 ແລະ ແຜນວຽກຈຸດສຸມ ປະຈຳສົກຮຽນ 2024-2025  ໂດຍສະເພາະແມ່ນ ສະພາບລວມຂອງການສຶກສາກ່ອນໄວຮຽນ ໃນສົກຮຽນ 2023-2024  ເຫັນວ່າຈໍານວນນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ໄດ້ເພີ່ມຈາກ 241.444 ຄົນ […]

07/08/2024 | ສຶກສາ

ສວສ-ຍີ່ປຸ່ນ  ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ ໂຮງຮຽນເປົ້າໝາຍໃນລາວ

ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຮ່ວມມືກັບມູນນິທິຍີ່ປຸ່ນປະຈຳ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈັດຝຶກອົບຮົມພາສາຍີ່ປຸ່ນໄລຍະສັ້ນ ປະຈຳປີ 2024 ໃນວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນ ລາວ-ຍິ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ນາງ ໂນະກຸຈີ ຢູໂກະ ຕາງໜ້າພະແນກພາສາຍີ່ປຸ່ນ ມູນນິທີຍີ່ປຸ່ນປະຈຳນະຄອນຫຼວງໂຕກຽວ ເຂົ້າຮ່ວມທາງອອນລາຍ, ທ່ານ ນາງ ມະໂນລີ ດົງວັນ ຮັກສາການຜູ້ອຳນວຍການສູນສົ່ງເສີມພາສາຕ່າງປະເທດ ສວສ, ພ້ອມດ້ວຍຮອງຫົວໜ້າກົມສ້າງຄູ, ຫົວໜ້າພາກວິຊາພາສາຍີ່ປຸ່ນ, ພະແນກຫຼັກສູດພາສາຍີ່ປຸ່ນຈາກ ມຊ, ຜູ້ຊຽວຊານຈາກປະເທດຍີ່ປຸ່ນ, ສໍາມະນາກອນ ແລະ ຄູສອນທົດລອງຈາກໂຮງຮຽນມັດທະຍົມສຶກສາ 4 ແຫ່ງໃນລາວເຂົ້າຮ່ວມແບບເຊິ່ງໜ້າ. ການຈັດກອງຝຶກອົບຮົມຄັ້ງນີ້, ແມ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານພາສາຍີ່ປຸ່ນໃຫ້ແກ່ຄູສອນພາສາຍີ່ປຸ່ນຂອງລາວ ຄຽງຄູ່ກັບການຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນມັດທະຍົມສຶກສາປີທີ 1-7 […]