ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງຊຸກຍູ້ ຕິດຕາມການສອບເສັງຈົບຊັ້ນ ມ.7 ຢູ່ແຂວງຫຼວງພະບາງ
18/06/2026

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຜູ້ຕາງໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ຢູ່ບັນດາໂຮງຮຽນພາຍໃນແຂວງຫຼວງພະບາງ ເຊິ່ງໃຫ້ກຽດຕ້ອນຮັບການລົງເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຜິດຊອບສູນສອບ, ຄະນະກຳມະການຍາມຫ້ອງເສັງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນສົກຮຽນ 2025-2026 ແຂວງຫຼວງພະບາງ ໄດ້ຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ໂດຍແບ່ງອອກເປັນ 33 ສູນ, ມີຫ້ອງສອບເສັງຈຳນວນ 123 ຫ້ອງ, ລວມມີນັກສອບເສັງທັງໝົດ 2,479 ຄົນ, ຍິງ 1,120 ຄົນ, ໃນນີ້ ມີນັກສອບເສັງຈາກຫ້ອງບີ່ແລັ່ງ 58 ຄົນ, ຍິງ 45 ຄົນ, ນັກສອບເສັງທີ່ເປັນພະສົງ/ສໍາມະເນນ 47 ອົງ.
ສຳລັບການລົງຕິດຕາມ, ຊຸກຍູ້ບັ້ນດຳເນີນການສອບເສັງໃນຄັ້ງນີ້ ພາຍຫຼັງທີ່ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມພິທີເປີດການສອບເສັງຢ່າງເປັນທາງການທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງແລ້ວ ທ່ານພ້ອມດ້ວຍຄະນະທີມງານກໍ່ໄດ້ໃຫ້ກຽດລົງເຄື່ອນໄຫວຕິດຕາມຢູ່ທີ່ສູນສອບເສັງ ມສ ສົງ ແລະ ມສ ປ່ອງຄຳ ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ປ້ອງກັນບໍ່ໃຫ້ເກີດມີບັນຫາຂໍ້ສອບຮົ່ວໄຫຼ, ຄະນະຮັບຜິດຊອບປະຈຳຢູ່ແຕ່ລະສູນແມ່ນໄດ້ມີການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຮັດກຸມ ເພື່ອຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ ເຊິ່ງເຊື່ອໝັ້ນວ່າການດຳເນີນບັ້ນສອບເສັງຄັ້ງນີ້ຈະສຳເລັດລົງດ້ວຍດີຕາມແຜນການທີ່ວາງໄວ້.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບການສອບເສັງຢ່າງເຂັ້ມງວດ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ














